ຫວຽດນາມຕັ້ງໜ້າຊຸກຍູ້ການຮ່ວມມືແມ່ນ້ຳຂອງ - ສ.ເກົາຫຼີ
30/07/2014 10:58
ກອງປະຊຸມລັດຖະມົນຕີແມ່ນ້ຳຂອງ - ສ.ເກົາຫຼີ ຄັ້ງທີ 4 ຫາກໍຖືກອັດລົງໃນ ວັນທີ 29/7 ຢູ່ ສ.ເກົາຫຼີດ້ວຍໝາກຜົນທີ່ສຳຄັນ ແມ່ນໄດ້ຮັບຮອງເອົາແຜນການ ດຳເນີນງານໄລຍະ 2014 – 2017

ກອງປະຊຸມລັດຖະມົນຕີແມ່ນ້ຳຂອງ - ສ.ເກົາຫຼີ ຄັ້ງທີ 4 ຫາກໍຖືກອັດລົງໃນ ວັນທີ 29/7 ຢູ່ ສ.ເກົາຫຼີດ້ວຍໝາກຜົນທີ່ສຳຄັນແມ່ນໄດ້ຮັບຮອງເອົາແຜນການ ດຳເນີນງານໄລຍະ 2014 – 2017 ແລະ ບັນດາຂັ້ນຕອນນຳໃຊ້ກອງທຶນຮ່ວມມືແມ່ນ້ຳຂອງ - ສ.ເກົາຫຼີ. ນີ້ແມ່ນບາດກ້າວເດີນທີ່ສຳຄັນນັບແຕ່ເມືອ່ກົນໄກຮ່ວມມືແມ່ນ້ຳຂອງ - ສ.ເກົາຫຼີໄດ້ຮັບການສ້າງຕັ້ງເມື່ອປີ 2011. ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຫວຽດນາມສືບຕໍ່ຢືນຢັນຄວາມມານະພະຍາຍາມຂອງຕົນໃນການຊຸກຍູ້ ຮ່ວມມືແມ່ນ້ຳຂອງ - ສ.ເກົາຫຼີ, ພ້ອມກັນນັ້ນກໍເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສເກົາຫຼີເວົ້າສະເພາະ ແລະ ບັນດາປະເທດແມ່ນ້ຳຂອງອື່ນໆເວົ້າລວມ. ບັນດາລັດຖະມົນຕີປະເທດຕ່າງໆເຂົ້າຮ່ວມກອງປະຊຸມ ການຮ່ວມມືແມ່ນ້ຳຂອງ - ສ.ເກົາຫຼີໄດ້ຮັບການສ້າງຂຶ້ນເມື່ອປີ 2011 ໂດຍຂໍ້ລິເລີ່ມຂອງ ສ.ເກົາຫຼີ ຊຶ່ງລວມມີການເຂົ້າຮ່ວມຂອງກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ສ.ເກົາຫຼີ. ນັບແຕ່ກອງປະຊຸມລັດຖະມົນຕີແມ່ນ້ຳຂອງ - ສ.ເກົາຫຼີ ຄັ້ງທີ 1 ຊຶ່ງຖືກໄຂຂຶ້ນຢູ່ເຊີອູນເມື່ອປີ 2011, ກົນໄກຮ່ວມມືແມ່ນ້ຳຂອງ - ສ.ເກົາຫຼີ ໄດ້ ແລະ ພວມຢັ້ງຢືນປະສິດທິຜົນທີ່ນັບມື້ນັບສູງ, ທັງໃນຂົງເຂດການເມືອງ ແລະ ເສດຖະກິດ.
TAG
vov/vovworld/ແມ່ນ້ຳຂອງ/ສ.ເກົກາຫຼີ
Related








