ຫວຽດນາມປະກອບສ່ວນສ້າງອະນຸພາກພື້ນແມ່ນ້ຳຂອງ ແຫ່ງສັນຕິພາບ ແລະ ວັດທະນາຖາວອນ
24/10/2016 11:35
ວັນທີ 24/10, ຢູ່ຮ່າໂນ້ຍໄດ້ເລີ່ມດຳເນີນບັນດາເຫດການການຕ່າງປະເທດຫຼາຍຝ່າຍຊຶ່ງລວມມີ: ກອງປະຊຸມສັ້ນສູງກ່ຽວກັບການຮ່ວມມືກຳປູເຈຍ-ລາວ-ມ້ຽນມາ-ຫວຽດນາມ(CLMV)ຄັ້ງທີ 8

ວັນທີ 24/10, ຢູ່ຮ່າໂນ້ຍໄດ້ເລີ່ມດຳເນີນບັນດາເຫດການການຕ່າງປະເທດຫຼາຍຝ່າຍຊຶ່ງລວມມີ: ກອງປະຊຸມສັ້ນສູງກ່ຽວກັບການຮ່ວມມືກຳປູເຈຍ-ລາວ-ມ້ຽນມາ-ຫວຽດນາມ(CLMV)ຄັ້ງທີ 8, ກອງປະຊຸມຂັ້ນສູງຍຸດທະສາດການຮ່ວມມືເສດຖະກິດ ອາເຢວາດີ-ເຈົ້າພະຍາ-ແມ່ຂອງ (ACMECS) ຄັ້ງທີ 7 ແລະ ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບແມ່ນ້ຳຂອງ (WEF - ແມ່ຂອງ). ເລື່ອງຫວຽດນາມເປັນເຈົ້າພາບຈັດຕັ້ງບັນດາກອງປະຊຸມນີ້ ແມ່ນເພື່ອແນໃສ່ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອກັບບັນດາປະເທດເພື່ອນບ້ານໃກ້ຄຽງ, ປະກອບສ່ວນເຮັດໃຫ້ບັນດາກົນໄກຮ່ວມມືນີ້ພັດທະນາຕາມທິດທີ່ແທດຈິງກວ່າ ເພື່ອເປົ້າໝາຍສ້າງອະນຸພາກພື້ນແມ່ນນ້ຳຂອງແຫ່ງສັນຕິພາບ ແລະ ວັດທະນາຖາວອນ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລດິງກຸຍ ນີ້ເປັນຄັ້ງທີ 2 ທີ່ຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມສັ້ນສູງກ່ຽວກັບການຮ່ວມມື CLMV ແລະ ACMECS. 3 ກອງປະຊຸມ ACMECS 7, CLMV 8 ແລະ WEF - ແມ່ຂອງ ແມ່ນບັນດາການເຄື່ອນໄຫວການຕ່າງປະເທດຫຼາຍຝ່າຍໃຫຍ່ກວ່າໝູ່ຂອງຫວຽດນາມໃນປີ 2016. ການຈັດຕັ້ງບັນດາກອງປະຊຸມດັ່ງກ່າວຢ່າງສຳເລັດຜົນ ແມ່ນມີຄວາມໝາຍສຳຄັນສຳລັບຫວຽດນາມໃນທຸກໆດ້ານຄື : ການເມືອງ, ການປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ; ເພື່ອຜົນປະໂຫຍດຂອງຫວຽດນາມກໍຄືຜົນປະໂຫຍດຂອງບັນດາປະເທດບ້ານໃກ້ເຮືອນຄຽງທີ່ມີການຜູກພັນກັນຢ່າງສະໜິດແໜ້ນໃນອະນຸພາກພື້ນແມ່ນ້ຳຂອງ.
TAG
vovworld/ຫວຽດນາມ
Related








