VOV WorldVOV World
ຫວຽດນາມພວມປະຕິຮູບເສດຖະກິດເພື່ອພັດທະນາ
07/12/2011 09:20
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ກຸ່ມທີ່ປຶກສາບັນດານັກອຸປະຖຳໃຫ້ແກ່ຫວຽດນາມປີ 2011 ຢັ້ງຢືນວ່າ: ຫວຽດນາມ​ ພວມ​ມີ​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ​ຢ່າງ​ຖຶກທິດ​ເພື່ອ​ພັດທະນາ
ຫວຽດນາມພວມປະຕິຮູບເສດຖະກິດເພື່ອພັດທະນາ
​  ຫວຽດນາມ​ໄດ້, ພວມ​ປະຕິບັດ​ການ​ປະຕິ​ຮູບ​ພື້ນຖານ​ເສດຖະກິດ​ເປັນ​ຢ່າງ​ດີ ​ແລະ​ຖ້າ​ຫາກ​ສຳ​ເລັດ​ວຽກ​ງານ​ນີ້, ພື້ນຖານ​ເສດຖະກິດ​ຫວຽດນາມ​ຈະ​ພັດທະນາ​ຢ່າງ​​ແຂງແຮງ, ໝັ້ນຄົງກ່ວາ​ອີກ. ບັນດາຜູ້​ແທນຕາງໜ້າ​ໃຫ້​ບັນດາ​ລັດຖະບານ, ອົງການ​ຈັດຕັ້ງສາກົນ, ນັກ​ອຸປະຖຳ​ໄດ້​ຢັ້ງຢືນ​ຄື​ດັ່ງກ່າວ​ ທີ່ກອງ​ປະຊຸມ​ກຸ່ມ​ທີ່​ປຶກສາບັນດາ​ນັກ​ອຸປະຖຳ​ໃຫ້​ແກ່​ຫວຽດນາມ​ປີ 2011 ຊື່​ງຫາ​ກໍ່​ຈັດ​ຂຶ້ນ​ໃນ​ວັນ​ທີ 6/12 ຢູ່​ຮ່າ​ໂນ້ຍ. ຕາມ​ບັນດາ​ຜູ້​ແທນ​ແລ້ວ, ​ເລື່ອງ​ຫວຽດນາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ​ຢືນ​ຢູ່ຢ່າງໝັ້ນຄົງ ​ໃນ​ສະພາບ​ການ​ຫລາຍ​ປະ​ເທດ​ເອີ​ລົບ​ ພວມ​ປະສົບ​ກັບວິ​ກິດ​ການ​ດ້ານ​ໜີ້​ສິນ​ຂອງ​ລັດ….​ໄດ້​ສະ​ແດງ​ໃຫ້​ເຫັນ​ບາດກ້າວ​ອັນ​ຖຶກຕ້ອງ​ຂອງ​ລັດຖະບານ​ຫວຽດນາມ.

More