ຫວຽດນາມສືບຕໍ່ສ້າງເງື່ອນໄຂສະດວກເພື່ອ ຊຸກຍູ້ການພັດທະນາຂອງວິສາຫະກິດ
11/11/2016 12:15
ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມຊຸດທີ 14, ລັດຖະບານຫວຽດນາມຫາກໍຍື່ນສະເໜີຕໍ່ສະພາແຫ່ງຊາດບັນດາຮ່າງກົດໝາຍທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດ

ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມຊຸດທີ 14, ລັດຖະບານຫວຽດນາມຫາກໍຍື່ນສະເໜີຕໍ່ສະພາແຫ່ງຊາດບັນດາຮ່າງກົດໝາຍທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດ. ໃນນັ້ນ, ເປັນໜ້າສົນໃຈແມ່ນຮ່າງກົດໝາຍວ່າດ້ວຍການຫນູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ; ຮ່າງກົດໝາຍປັບປຸງເພີ່ມເຕີມເອກະສານຊ້ອນທ້າຍຂອງກົດໝາຍວ່າດ້ວຍການລົງທຶນ 4 ສະບັບກ່ຽວກັບບັນຊີລາຍຊື່ຂະແໜງ, ອາຊີບລົງທຶນ ດຳເນີນທຸລະກິດທີ່ມີເງື່ອນໄຂ. ນີ້ແມ່ນຮ່າງກົດໝາຍ 2 ສະບັບທີ່ມີຜົນກະທົບຢ່າງຮອບດ້ານພໍສົມຄວນສຳລັບປະຊາຄົມວິສາຫະກິດ ແລະ ບັນດາຂົງເຂດດຳເນີນທຸລະກິດ. ບັນດາ ສ.ສ.ຊ ກົດປຸ່ມຮັບຮອງເອົາມະຄິກ່ຽວກັບຮ່າງງັບປະມານ ວິສາຫະກິດຂະໜາດກາງ ແລະ ນ້ອຍກວມເອົາ 97% ຍອດຈຳນວນວິສາຫະກິດຫວຽດນາມ, ມີທີ່ຕັ້ງສຳຄັນພິເສດໃນພື້ນຖານເສດຖະກິດ. ເຖິງວ່າວຽກງານໜູນຊ່ວຍກຸ່ມວິສາຫະກິດນີ້ ໄດ້ເລີ່ມຜັນຂະຫຍາຍແຕ່ປີ 2001 ກໍຕາມ, ແຕ່ປະສິດທິຜົນຍັງບໍ່ທັນຈະແຈ້ງເທື່ອ. ສິ່ງທີ່ບັນດາວິສາຫະກິດຕ້ອງການ, ນັ້ນແມ່ນບັນດາຂໍ້ກຳນົດລະອຽດກ່ຽວກັບພື້ນທີີ່ທຳການຜະລິດ, ແຜນການຊື້ປະກອບວັດຖຸເຄື່ອງຂອງ, ສະໜອງການບໍລິການສາທາລະນະ… ແຕ່ມີຫຼາຍນະໂຍບາຍໃໝ່ພຽງແຕ່ຢຸດຢູ່ໃນບັນດາຂໍ້ກຳນົດລວມໆ, ຍັງບໍ່ທັນມີບັນດາຂໍ້ກຳນົດຫນູນຊ່ວຍຈະແຈ້ງ. ນີ້ແມ່ນເຫດຜົນທີ່ມີພຽງ 30% ຈຳນວນວິສາຫະກິດຂະໜາດກາງ ແລະ ນ້ອຍໄດ້ຮັບການຫນູນຊ່ວຍຈາກໂຄງການໜູນຊ່ວຍຕ່າງໆ. ຈຳນວນທີ່ຍັງເຫຼືອ ແມ່ນເກືອບຄືວ່າ ບໍ່ຮູ້ຈັກ ແລະ ບໍ່ໄດ້ຊົມໃຊ້ຈາກນະໂຍບາຍນີ້.
TAG
vovworld/ສະພາແຫ່ງຊາດ
Related








