ຫວຽດນາມສືບຕໍ່ຢືດໝັ້ນນະໂຍບາຍການເງິນ ຢ່າງແຫນ້ນແຟ້ນ
26/11/2011 11:33
ກອງທຶນເງິນຕາສາກົນຕີລາຄາສູງບັນດາໝາກຜົນຊຶ່ງຫວຽດນາມບັນລຸໄດ້ ພາຍຫລັງປະຕິບັດມະຕິເລກທີ 11 ຂອງລັດຖະບານກ່ຽວກັບການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຊີວິດສັງຄົມ.

ບົດລາຍງານແງ່ຫວັງເສດຖະກິດໂລກ ໂດຍກອງທຶນເງິນຕາສາກົນປະກາດຫວ່າງແລ້ວນີ້ ໄດ້ຕີລາຄາສູງບັນດາໝາກຜົນຊຶ່ງຫວຽດນາມບັນລຸໄດ້ ພາຍຫລັງປະຕິບັດມະຕິເລກທີ 11 ຂອງລັດຖະບານກ່ຽວກັບການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຊີວິດສັງຄົມ ໂດຍລະອຽດແມ່ນ ໄພເງິນເຟີ້ ໃນໄລຍະມໍ່ໆມານີ້ ໄດ້ມີທ່າອ່ຽງຫລຸດລົງ ແຕ່ເຖິງຢ່າງໃດກໍຕາມ, ຕໍ່ຫນ້າບັນດາການກະທົບຈາກການຊຸກໂຊມເສດຖະກິດໂລກ ພິເສດແມ່ນບ້ວງຫນິ້ສິນຂອງສະຫະລັດອາເມລິກາ ແລະ ພາກພື້ນເອີລົບ, ຫວຽດນາມ ໄດ້ກຳນົດຈະສືບຕໍ່ຢືດໝັ້ນບັນດານະໂຍບາຍການເງິນຢ່າງແຫນ້ນແຟ້ນ ແລະ ມີບັນດາມາດຕະການແກ້ໄຂດ້ວຍຄວາມໄຫວພິບກວ່າ ເພື່ອຮັບປະກັນຄາດໝາຍທີ່ໄດ້ວາງອອກໃຫ້ແກ່ປີນີ້ ແລະ ຊຸມປີຕໍ່ໄປ. ສະພາບເສດຖະກິດຊຸດໂຊມຢູ່ບັນດາປະເທດພັດທະນາ ພວມສົ່ງຜົນກະທົບຢ່າງຮ້າຍແຮງເຖິງບັນດາປະເທດຫາກໍ່ພົ້ນເດັ່ນຂຶ້ນ ບັນດາປະເທດພວມພັດທະນາ ໃນນັ້ນ ມີຫວຽດນາມ ເປັນຕົ້ນແມ່ນການກະທົບເຖິງສະພາບການສົ່ງອອກ, ການດຶງດູດແຫລ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ. ບັນດາຜູ້ຊ່ຽວຊານເສດຖະກິດຖືວ່າ: ສິ່ງທ້າທາຍຂອງຫວຽດນາມກໍ່ຄືບັນດາປະເທດຫາກໍ່ພົ້ນເດັ່ນຂຶ້ນ ຢູ່ ອາຊີ ແມ່ນຂາດດຸນງົບປະມານ, ຫນິ້ສິນຂອງລັດໄດ້້ສົ່ງຜົນສະທ້ອນເຖິງການພັດທະນາໄລຍະຍາວ. ປະຈຸບັນ ການນຳເຂົ້າສິນຄ້າຂອງຫວຽດນາມ ກວມອັດຕາສ່ວນສູງໃນພື້ນຖານເສດຖະກິດ ເມື່ອສິນຄ້າຂອງໂລກເພີ່ມຂຶ້ນສູງ ຈະສົ່ງຜົນກະທົບບໍ່ຫນ້ອຍເຖິງສະພາບໄພເງິນເຟີ້ຢູ່ພາຍໃນປະເທດ. ດອກເຕີ ຫວໍຈີແທ່ນ ຮອງຫົວຫນ້າສະຖາບັນຄົ້ນຄ້ວາບໍລິຫານເສດຖະກິດສູນກາງ ໄດ້ໄຈ້ແຍກວ່າ:
Related








