ອີຮັກປະເຊີນໜ້າກັບວິກິດການຊ້ອນ
14/08/2014 11:14
ເກືອບ 3 ປີ ພາຍຫຼັງຈຸດເວລາເດືອນ 12/2011, ຊຶ່ງເປັນຂີດໝາຍເລື່ອງບັນດາທະຫານ ອາເມລິກາຄົນສຸດທ້າຍໄດ້ຖອນອອກຈາກອີຣັກ, ປະເທດນີ້ອີກເທື່ອໜຶ່ງພັດຖືກຕົກຢູ່ໃນສະພາບການໃຊ້ຄວາມຮຸນແຮງ

ເກືອບ 3 ປີ ພາຍຫຼັງຈຸດເວລາເດືອນ 12/2011, ຊຶ່ງເປັນຂີດໝາຍເລື່ອງບັນດາທະຫານອາເມລິກາຄົນສຸດທ້າຍໄດ້ຖອນອອກຈາກອີຣັກ, ປະເທດນີ້ອີກເທື່ອໜຶ່ງພັດຖືກຕົກຢູ່ໃນສະພາບການໃຊ້ຄວາມຮຸນແຮງ, ອັນໄດ້ນາບຂູ່ເຖິງການຄົງຕົວ ຂອງລັດປະຈຸບັນ, ຍ້ອນການຟື້ນຕົວຂອງພວກທຳສົງຄາມສັກສິດຊຶ່ງຂຶ້ນກັບອົງການອິດສະລາມແຫ່ງລັດ IS . ໃນສະພາບການນັ້ນ, ການຍາດແຍ່ງເອົາຕຳແໜ່ງນາຍົກລັດຖະມົນຕີໃນອຳນາດການປົກຄອງອີຣັກ ກໍໄດ້ເກີດຂຶ້ນ, ອັນໄດ້ຍູ້ອີຣັກຕົກເຂົ້າສູ່ສະພາບກ້າວບໍ່ໄດ້, ຖອຍບໍ່ອອກ. ລັດຖະບານອີຣັກບໍ່ສາມາດຄວບຄຸມສະພາບການໄດ້ ຍ້ອນພວກລຸກຮື້ຂຶ້ນນັບມືນັບແຂງແຮງ ການປະລາໄຊຢ່າງວ່ອງໄວຂອງກອງທັບລັດຖະບານຕໍ່ໜ້າກຳລັງລຸກຮື້ຂຶ້ນ ໂດຍຂະໜານນາມເອງແມ່ນ ລັດອິດສະລາມ ໄດ້ນຳອີຣັກເຂົ້າສູ່ບັນຊີລາຍຊື່ບັນດາຈຸດຮ້ອນແຫ່ງການປະທະກັນທີ່ຮ້າຍແຮງທີ່ສຸດໃນພາກພື້ນ.
TAG
vov/vovworld/ການໃຊ້ຄວາມຮຸນແຮງ/ອີຣັກ
Related








