VOV WorldVOV World
ອີຣານໃຫ້ຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງນິວເຄຼຍຢ່າງເຂັ້ມງວດ
22/12/2016 09:26
(vovworld)- ການ​ຕີ​ລາ​ຄາ​ຫລ້າ​ສຸດ​ຂອງ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ເມື່ອ​ວັນ​ທີ 18/12 ໃຫ້​ຮູ້​ວ່າ: ກວ່າ 1 ປີ​ພາຍ​ຫລັງ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ກັບ​ກຸ່ມ P5+1
ອີຣານໃຫ້ຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງນິວເຄຼຍຢ່າງເຂັ້ມງວດ
(vovworld)- ການ​ຕີ​ລາ​ຄາ​ຫລ້າ​ສຸດ​ຂອງ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ເມື່ອ​ວັນ​ທີ 18/12 ໃຫ້​ຮູ້​ວ່າ: ກວ່າ 1 ປີ​ພາຍ​ຫລັງ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ກັບ​ກຸ່ມ P5+1 (ຊື່ງ​ລວມ​ມີ ອາ​ເມ​ລິ​ກາ, ອັງ​ກິດ, ຝ​ລັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ​), ອີ​ຣານ ໄດ້​ເຄົາ​ລົບ​ຄຳ​ໝັ້​ນ​ສັນ​ຍາ​ແລະ​​ປະ​ຕິ​ບັດຕາມຂໍ້​ຕົກ​ລົງ​ນິວ​ເຄຼຍນີ້. ຖະ​ແຫລງ​ການ​ດັ່ງ​ກ່າວ​ແມ່ນ​ການ​ຮັບ​ຮອງຂອງ​ສາ​ກົນຕໍ່​ຫນ້າ​ບັນ​ດາ​​ການ​ກະ​ທຳ​ດ້ວຍເຈດ​ຕະ​ນາ​ດີ​ຂອງ​ອີ​ຣານ​ໃນ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ນິວ​ເຄຼຍ, ປະ​ກອບ​ສ່ວນ​ນຳ​ມາ​ເຊິ່ງ​ສະ​ຖຽນ​ລະ​ພາບ​ໃຫ້​ແກ່​ພາກ​ພື້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ ຍັງ​ມີ​ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍທີ່​ວາງ​ອອກ​ຕໍ່​ອີ​ຣານ​ໃນ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ.