ອິນເດຍ ສຳເລັດການເລືອກຕັ້ງຄັ້ງປະຫວັດສາດ
04/06/2024 09:19
(VOVWORLD) - ວັນທີ 04 ມິຖຸນາ ອິນເດຍ ໄດ້ດຳເນີນການນັບບັດການເລືອກຕັ້ງທົ່ວປະເທດທີ່ແກ່ຍາວເປັນເວລາກວ່າ 6 ອາທິດ. ການເລືອກຕັ້ງທີ່ສັບສົນ ແລະ ມີຂອບຂະໜາດໃຫຍ່ສຸດໃນໂລກ ໄດ້ດຳເນີນໄປດ້ວຍດີ ແລະ ປະສົບຜົນສຳເລັດ, ສ້າງປະຖົມປັດໄຈເພື່ອໃຫ້ ອິນເດຍ ແກ້ໄຂບັນດາສິ່ງທ້າທາຍໃຫຍ່ທາງດ້ານເສດຖະກິດ ແລະ ສັງຄົມ ພາຍຫຼັງການເລືອກຕັ້ງ.

ໂດຍເລີ່ມແຕ່ວັນທີ 19 ເມສາ, ການເລືອກຕັ້ງທົ່ວປະເທດຢູ່ ອິນເດຍ ໄດ້ຈັດຂຶ້ນເປັນ 7 ໄລຍະ ແລະ ອັດລົງໃນວັນທີ 01 ມິຖຸນາ. ຜູ້ມີສິດເລືອກຕັ້ງ ອິນເດຍ ກວ່າ 642 ລ້ານຄົນ ໄດ້ເຂົ້າຮ່ວມການປ່ອນບັດ ເພື່ອຄັດເລືອກສະມາຊິກສະພາຕ່ຳ ອິນເດຍ 543 ທ່ານ, ຜ່ານນັ້ນ ກໍຄັດເລືອກເອົາພັກທີ່ຊີ້ນຳນຳພາ ອິນເດຍ ໃນໄລຍະ 5 ປີ ຈະມາເຖິງ.
TAG
VOV/VOVworld/ອິນເດຍ/ເລືອກຕັ້ງທົ່ວປະເທດ/ປ່ອນບັດ/ຜູ້ມີສິດເລືອກຕັ້ງ
Related








