VOV WorldVOV World
ກ​ຳ​ນົດ​ຈຸດ​ຢຶ​ນ​ຂອງ​ເສດ​ຖະ​ກິດ​ທະ​ເລ ຫວຽດ​ນາມ ຕາມ​ທິດ​ສີ​ຂຽວ ແລະ ຍືນ​ຍົງ
15/12/2025 09:01
(VOVWORLD) - ການພັດທະນາເສດຖະກິດທະເລຕາມທິດສີຂຽວ ແລະ ຍືນຍົງແມ່ນກຳນົດທິດໃຫຍ່, ລຸລ່ວງຂອງ ຫວຽດນາມ ໃນໄລຍະປັດຈຸບັນ, ເພື່ອແນໃສ່ຂຸດຄົ້ນກຳລັງບົ່ມຊ້ອນຂອງທະເລຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ລະບົບນິເວດຢ່າງມີປະສິດທິຜົນ ແລະ ຮັບປະກັນວິທີຫາເງິນລ້ຽງຊີບຍາວນານໃຫ້ແກ່ທຸກລຸ້ນຄົນ. ຫວຽດນາມ ພວມກະກຽມຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຄອມມູນິດ ຫວຽດນາມ, ຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ ແມ່ນເປົ້າໝາຍລຸລ່ວງ. ໃນຍຸດທະສາດສັງລວມນັ້ນ, ການພັດທະນາເສດຖະກິດທະເລສີຂຽວ, ຍືນຍົງແມ່ນການເລືອກເຟັ້ນຍຸດທະສາດ, ມີວິໄສທັດຍາວນານ.
ກ​ຳ​ນົດ​ຈຸດ​ຢຶ​ນ​ຂອງ​ເສດ​ຖະ​ກິດ​ທະ​ເລ ຫວຽດ​ນາມ ຕາມ​ທິດ​ສີ​ຂຽວ ແລະ ຍືນ​ຍົງ
ຫວຽດນາມ ແມ່ນປະເທດທະເລ, ດ້ວຍຝັ່ງທະເລລວມຄວາມຍາວກວ່າ 3.000 ກິໂລແມັດ, ເຂດເສດຖະກິດພິເສດກວ້າງໃຫຍ່ ພ້ອມກັບເກາະໃຫຍ່ນ້ອຍນັບພັນແຫ່ງ. ທະເລ ບໍ່ພຽງແຕ່ແມ່ນເຂດຂົງສິ່ງທີ່ມີຊີວິດ, ແມ່ນເຂດປ້ອງກັນຍຸດທະສາດເທົ່ານັ້ນ, ຫາກຍັງແມ່ນແຫຼ່ງກຳລັງໜູນສຳຄັນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດອີກດ້ວຍ.
TAG
VOV/VOVworld/ເສດ​ຖະ​ກິດ​ທະ​ເລ/ຕ້ານການຂຸດຄົ້ນ IUU

More