VOV WorldVOV World
ກະ​ຕຸ້ນ​ກົນ​ໄກປະ​ຕິ​ກິ​ລິ​ຍາ​ໄວ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໄພ​ທຳ​ມະ​ຊາດ
03/11/2025 10:11
(VOVWORLD) - ໃນຊຸມວັນມໍ່ໆມານີ້, ຢູ່ພາກກາງ ຫວຽດນາມ, ຝົນຕົກນ້ຳຖ້ວມມີການຜັນແປຢ່າງສັບສົນ, ກໍ່ໃຫ້ເກີດຜົນເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີ ແລະ ຊັບສິນ. ແຕ່ໃນຈຸດເວລາທີ່ຫຍຸ້ງຍາກທີ່ສຸດນັ້ນ, ນ້ຳໃຈສາມັກຄີ, ມູນເຊື້ອອັນດີງາມຂອງຊາດ ຫວຽດນາມ, ພັດໄດ້ຮັບການເສີມຂະຫຍາຍຢ່າງແຮງກວ່າເວລາໃດໝົດ.
ກະ​ຕຸ້ນ​ກົນ​ໄກປະ​ຕິ​ກິ​ລິ​ຍາ​ໄວ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໄພ​ທຳ​ມະ​ຊາດ
  ການມີໜ້າຢ່າງທັນການຂອງການນຳພັກ, ລັດ, ບັນດາຂະບວນລົດໄດ້ຂົນສົ່ງເຄື່ອງບັນເທົ່າທຸກໂດຍດ່ວນເຖິງມືປະຊາຊົນເຂດນ້ຳຖ້ວມ; ເຖິງວ່າໃນຍາມກາງຄືນກໍຕາມແຕ່ບັນດາຄະນະພະນັກງານ, ນັກຮົບໄດ້ອອກເຫື່ອເທແຮງເພື່ອຍົກຍ້າຍປະຊາຊົນໄປຍັງບ່ອນປອດໄພ… ການກະທຳທັງໝົດດັ່ງກ່າວ ໄດ້ສ້າງພາບພົດທີ່ອົບອຸ່ນກ່ຽວກັບສາຍຈິດມິດໃຈ, ກ່ຽວກັບກຳລັງແຮງຂອງການແບ່ງປັນອຸ້ມຊູຊ່ວຍເຫຼືອກັນໃນຍາມປະສົບກັບຄວາມຫຍຸ້ງຍາກ.
TAG
VOV/VOVworld/ໄພ​ທຳ​ມະ​ຊາດ/ຝົນ​ຕົກ​ນ້ຳ​ຖ້ວມ/ຄວາມ​ສາ​ມັກ​ຄີ