VOV WorldVOV World
ກາລະໂອກາດໃດສຳລັບພາກຕາເວັນອອກຢູແກຼນຢູ່ທີ່ກອງປະຊຸມຍຸດຍອດ 4 ຝ່າຍ
10/02/2015 12:06
ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ວັນ​ທີ 11/2 , ກອງ​ປະ​ຊຸມ​ຍຸດຍອດ 4 ຝ່າຍ​ລະ​ຫວ່າງ​ບັນ​ດາ​ການ​ນຳ​ເຢັຍ​ລະ​ມັນ, ຝະ​ລັ່ງ, ລັດ​ເຊຍ ແລະ ຢູ​ແກຼນ...
ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ວັນ​ທີ 11/2 , ກອງ​ປະ​ຊຸມ​ຍຸດຍອດ 4 ຝ່າຍ​ລະ​ຫວ່າງ​ບັນ​ດາ​ການ​ນຳ​ເຢັຍ​ລະ​ມັນ, ຝະ​ລັ່ງ, ລັດ​ເຊຍ ແລະ ຢູ​ແກຼນ​ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ Minsk ຂອງ​ເບ​ເລ​ຣຸດ ເພື່ອ​ແນ​ໃສ່​ຊອກ​ຫ​າ​ວິ​ທີ​ການ​ແກ້​ໄຂ​ໃຫ້​ແກ່​ວິ​ກິດ​ການ​ຢູ່​ພາກ​ຕາ​ເວັນ​ອອກຢູ​ແກຼນ. ແຕ່​ກໍ​ຍັງ​ຄົງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ ເຖິງວ່າ ບັນ​ດາ​ຝ່າຍ​ຕ່າງ​ກໍ​ສະ​ແດງ​ຄວາມ​ຫວັງ​ຢາກ​ຢຸດ​ຕິການ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກຢູ​ແກຼນ.     ວົງ​ການ​ນັກ​ສັງ​ເກດ​ການ​ໃຫ້​ຂໍ້​ສັງ​ເກດ​ວ່າ ກອງ​ປະ​ຊຸມ​ຍຸດຍອດທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ Minsk ຂອງ​ເບ​ເລ​ຣຸດຊຶ່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 11/2 ໄດ້​ຮັບ​ຖື​ວ່າ ແມ່ນ​ກາ​ລະ​ໂອ​ກາດ​ສັນ​ຕິ​ພາບ​ສຸດ​ທ້າຍ​ໃຫ້​ແກ່​ບັນ​ຫາ​ຢູ​ແກຼນ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ແມ່ນ​ໝາກ​ຜົນ​ພາຍຫຼັງ​ການ​ພົບ​ປະ 3 ຝ່າຍ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ​ Putin, ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel ແລະ ປະ​ທາ​ນາ​ທິ​ບໍ​ດີ​ຝະ​ລັ່ງ Francois Hollande ຢູ່​ມົດ​ສ​ກູ​ເມື່ອ​ວັນ​ທີ 6/2 ກ່ຽວ​ກັບ​ບັນ​ຫານີ້.
TAG
vov/vovworld/ຢູ​ແກຼນ/ລັດ​ເຊຍ