VOV WorldVOV World
ການ​ເຈ​ລະ​ຈາ​ລະ​ຫວ່າງ ອາ​ເມ​ລິ​ກາ - ລັດ​ເຊຍ - ຢູ​ແກຼນ: ຄວາມ​ຫວັງ​ຈາກ​ບັນ​ດາ​ບາດ​ກ້າວ​ນ້​ອຍໆ
06/02/2026 09:14
(VOVWORLD) - ການເຈລະຈາສາມຝ່າຍຄັ້ງທີ 2 ລະຫວ່າງ ອາເມລິກາ, ລັດເຊຍ ແລະ ຢູແກຼນ ໃນອາທິດຜ່ານມາ ຍັງບໍ່ທັນນຳມາເຊິ່ງບາດກ້າວບຸກທະລຸໃນການແກ້ໄຂການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແຕ່ພັດໄດ້ຊຸກຍູ້ບັນດາກຳລັງໜູນອັນຕັ້ງໜ້າໃນການພົວພັນສອງຝ່າຍລະຫວ່າງ ອາເມລິກາ - ລັດເຊຍ, ໃນຈຸດເວລາບັນດາກົນໄກຄວບຄຸມອາວຸດຍຸດທະສາດລະຫວ່າງສອງປະເທດມະຫາອຳນາດນິວເຄຼຍນີ້ພວມລົ້ມລະລາຍ.
ການ​ເຈ​ລະ​ຈາ​ລະ​ຫວ່າງ ອາ​ເມ​ລິ​ກາ - ລັດ​ເຊຍ - ຢູ​ແກຼນ: ຄວາມ​ຫວັງ​ຈາກ​ບັນ​ດາ​ບາດ​ກ້າວ​ນ້​ອຍໆ
ການເຈລະຈາ 3 ຝ່າຍ ລະຫວ່າງ ອາເມລິກາ - ລັດເຊຍ - ຢູແກຼນ ຮອບທີ 2 ໄດ້ດຳເນີນໃນລະຫວ່າງວັນທີ 04 – 05 ກຸມພາ ຢູ່ Abu Dhadi, ສະຫະລັດ ອາຣັບ ເອມມີເລດ (UAE). ຕາງໜ້າໃຫ້ແກ່ຄະນະເຈລະຈາຝ່າຍ ອາເມລິກາ ແມ່ນ ທ່ານ Steve Witkoff ທູດພິເສດ ແລະ ທ່ານ Jared Kushner, ລູກເຂີຍທ່ານ Donald Trump ປະທານາທິບໍດີ ອາເມລິກາ; ສ່ວນຫົວໜ້າຄະນະຝ່າຍ ລັດເຊຍ ແມ່ນທ່ານພົນເຮືອເອກ Igor Kostyukov, ຫົວໜ້າກົມສືບລາຊະການລັບການທະຫານ; ຫົວໜ້າຄະນະເຈລະຈາຂອງ ຢູແກຼນ ແມ່ນທ່ານ Rustem Umerov ເລຂາສະພາຄວາມໝັ້ນຄົງ ແລະ ການປ້ອງກັນຊາດ.
TAG
VOV/VOVworld/ການ​ເຈ​ລະ​ຈາ​ລະ​ຫວ່າງ ອາ​ເມ​ລິ​ກາ - ລັດ​ເຊຍ - ຢູ​ແກຼນ/ການ​ສົນ​ທະ​ນາເພື່ອຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ