ການຕ່າງປະເທດ ປີ 2025: ເປັນເຈົ້າການສ້າງທີ່ຕັ້ງຍຸດທະສາດໃໝ່
29/12/2025 08:43
(VOVWORLD) - ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

ປີ 2025 ແມ່ນປີປະສົບຜົນສຳເລັດທີ່ສຸດຂອງວຽກງານການທູດນັບແຕ່ຕົ້ນທົດສະວັດ 2020, ເມື່ອເປີດກວ້າງທັງສາຍພົວພັນສາກົນ, ທັງລົງນາມໃນຂໍ້ຕົກລົງຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງ, ປະກອບສ່ວນປັບປຸງທີ່ຕັ້ງຂອງປະເທດຊາດ.
TAG
VOV/VOVworld/ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ/ການຕ່າງປະເທດ/ຄູ່ຮ່ວມມືຍຸດທະສາດ
Related








