VOV WorldVOV World
ການ​ປະ​ຕິ​ບັດ​ງານ​ດ້ວຍຫຼາຍ​ຈຸດທີ່​ສຳ​ຄັນ
17/11/2025 09:04
(VOVWORLD) - ນັບແຕ່ວັນທີ 16 ຫາວັນທີ 24 ພະຈິກ 2025, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເດີນທາງໄປຢ້ຽມຢາມ ສ.ກູເວດ, ອານເຊຣີ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະ ບັນດາການເຄື່ອນໄຫວສອງຝ່າຍຢູ່ ອາຟະລິກາໃຕ້. ນີ້ບໍ່ພຽງແຕ່ແມ່ນລາຍການທາງການທູດທົ່ວໄປເທົ່ານັ້ນ, ຫາກຍັງແມ່ນບັນດາການເຄື່ອນໄຫວສ້າງພືິ້ນຖານໃຫ້ແກ່ບາດກ້າວເດີນທີ່ສຳຄັນໃນຍຸດທະສາດເປີດກວ້າງຄູ່ຮ່ວມມື, ຍົກສູງທີ່ຕັ້ງສາກົນຂອງ ຫວຽດນາມ ໃນໄລຍະຈະມາເຖິງ.
ການ​ປະ​ຕິ​ບັດ​ງານ​ດ້ວຍຫຼາຍ​ຈຸດທີ່​ສຳ​ຄັນ
ນີ້ແມ່ນຄັ້ງທໍາອິດທີ່ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄປຢ້ຽມຢາມ ອາຟະລິກາໃຕ້ນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດເມື່ອປີ 1993. ສຳລັບ ອານເຊຣີ ແລະ ກູເວດ, ນີ້ແມ່ນການຢ້ຽມຢາມຢ່າງເປັນທາງການຂອງນາຍົກລັດຖະມົນຕີ ຫວຽດນາມ ພາຍຫຼັງໄລຍະ 10 ປີ ແລະ 16 ປີ ຕາມລໍາດັບ. ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳມາເຊິ່ງສານສຳຄັນຫຼາຍຢ່າງໃນຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ, ທັງເປີດກວ້າງເຂດຮ່ວມມືສ້າງກຳລັງໜູນການເຕີບໂຕເສດຖະກິດ - ການລົງທຶນແບບຍືນຍົງ ແລະ ຕາເວັນອອກກາງ - ອາຟະລິກາ, ພ້ອມທັງຢັ້ງຢືນທີ່ຕັ້ງສາກົນໃນ G20.
TAG
VOV/VOVworld/ສະພາຮ່ວມມືເຂດອ່າວ/G20/ສ.ກູ​ເວດ/ອານ​ເຊ​ຣີ/ນາ​ຍົກ​ລັດ​ຖະ​ມົນ​ຕີ

More