ການປະທະກັນຢູ່ເຂດຕາເວັນອອກກາງ: ບັນດາຄຳຖາມໃຫຍ່ຍັງບໍ່ມີຄຳຕອບ
06/03/2026 11:43
(VOVWORLD) - ພາຍຫຼັງການປະທະກັນລະຫວ່າງ ອາເມລິກາ ແລະ ອິດສະລາແອັນກັບ ອີຣານເກີດຂຶ້ນເປັນເວລາເກືອບ 1 ອາທິດ, ມີຫຼາຍບັນດາຄຳຖາມໃຫຍ່ຍັງບໍ່ມີຄຳຕອບ, ຈາກເປົ້າໝາຍແທ້ຈິງຂອງອຳນາດການປົກຄອງອາເມລິກາ, ຄວາມສ່ຽງໃນການປະທະກັນທີ່ແກ່ຍາວໄດ້ກໍ່ຜົນກະທົບຕໍ່ທົ່ວໂລກ ຕະຫຼອດຮອດ ບັນດາກົນໄກຫຼາຍຝ່າຍ ຂອງຄວາມເປັນລະບຽບຮຽບຮ້ອຍ ໂລກເກົ່າ ຍັງສາມາດສວມບົດບາດໃດບໍ່ ສຳລັບສັນຕິພາບໂລກ.

ສະຖານທີ່ເກີດເຫດບຸກໂຈມຕີເຮັດໃຫ້ມີຫຼາຍຄົນລົ້ມເຈັບຫາຍຕາຍ ຂອງອີຣານເລັ່ງໃສ່ອິດສະລາແອັນ (ພາບ: REUTERS/Ilan Rosenberg) ໄລ່ຮອດວັນທີ 28 ກຸມພາ, ເວລາການປະທະກັນເກີດຂຶ້ນ, ອາເມລິກາ - ອິດສະລາແອັນ ແລະ ອີຣານ ໄດ້ບຸກໂຈມຕີເລັ່ງໃສ່ເປົ້າໝາຍ ຂອງກັນນັບພັນແຫ່ງ. ສິ່ງທີ່ເປັນໜ້າວິຕົກກັງວົນກວ່ານັ້ນ ແມ່ນການປະທະກັນໄດ້ແຜ່ລາມອອກສູ່ທົ່ວເຂດຕາເວັນອອກກາງ, ຊ້ຳບໍ່ໜຳເລີ່ມເກີດຂຶ້ນຢູ່ນອກພາກພື້ນ, ພາຍຫຼັງເຫດກຳປັ່ນດຳນ້ຳຂອງ ອາເມລິກາ ບຸກໂຈມຕີກຳປັ່ນສູ້ຮົບຂອງອີຣານຢູ່ເຂດນອກທະເລສີລັງກາ ຢູ່ອາຊີໃຕ້.
TAG
VOV/VOVworld/ການປະທະກັນ/ຕາເວັນອອກກາງ/ອິດສະລາແອັນ/ອີຣານ
Related








