ການປະທະກັນຢູ່ ຢູແກຼນ ແກ່ຍາວເປັນເວລາ 3 ປີເຕັມ: ເປີດແຍ້ມໂອກາດສັນຕິພາບ
24/02/2025 08:59
(VOVWORLD) - ການປະທະກັນຢູ່ ຢູແກຼນ, ການປະທະກັນດ້ວຍອາວຸດໃຫຍ່ສຸດຢູ່ເອີຣົບ ນັບແຕ່ສົງຄາມໂລກທີ 2 ມາຮອດປັດຈຸບັນ, ໄລ່ຮອດວັນທີ 24 ກຸມພາ ແມ່ນຄົບຮອບ 3 ປີ. ເຖິງວ່າບັນດາການປະທະກັນໃນສະໜາມຮົບຍັງສືບຕໍ່ເກີດຂຶ້ນຢ່າງດຸເດືອດກໍ່ຕາມ, ແຕ່ຄວາມຫວັງກ່ຽວກັບຂໍ້ຕົກລົງສັນຕິພາບ, ຢຸດຕິການປະທະກັນພວມໃຫຍ່ກວ່າເວລາໃດໝົດ ຍ້ອນມີກຳລັງຜັກດັນຈາກອຳນາດການປົກຄອງໃໝ່ຢູ່ ອາເມລິກາ.

ການປະທະກັນຢູ່ ຢູແກຼນ ເກີດຂຶ້ນໃນວັນທີ 24 ກຸມພາ ປີ 2022, ເມື່ອ ລັດເຊຍ ເປີດບັ້ນການທະຫານພິເສດຢູ່ ຢູແກຼນ, ສ້າງການຜັນປ່ຽນດ້ານຄວາມໝັ້ນຄົງ ແລະ ພູມີການເມືອງໃຫຍ່ສຸດຢູ່ເອີຣົບໃນຫຼາຍທົດສະວັດຜ່ານມາ, ພ້ອມທັງສົ່ງຜົນກະທົບຕໍ່ບັນດາສາຍພົວພັນສາກົນຢ່າງເລິກເຊິ່ງກວ້າງຂວາງ.
TAG
VOV/VOVworld/ປະທະກັນ/ຢູແກຼນ/ລັດເຊຍ/ອາເມລິກາ
Related
More








