VOV WorldVOV World
ການ​ພົວ​ພັນ​ອາ​ເມ​ລິ​ກາ-ລັດ​ເຊຍ: ຮັກ​ສາ​ການ​ເຈ​ລະ​ຈາ ຄວບ​ຄຸມ​ຂໍ້​ຂັດ​ແຍ້ງ
07/01/2022 08:34
(VOVWORLD) - ຍ້ອນຜົນສະທ້ອນທີ່ໃຫ່ຍຫຼວງໃນຂອບເຂດທົ່ວໂລກ, ການພົວພັນລະຫວ່າງສອງປະເທດມະຫາອຳນາດອັນດັບໜຶ່ງໃນໂລກ ແມ່ນອາເມລິກາ ແລະ ລັດເຊຍ ຍາມໃດກໍ່ແມ່ນຫົວເລື່ອງໄດ້ຮັບຄວາມສົນໃຈເປັນພິເສດ ຈາກຫາງສຽງສາກົນໃນຫຼາຍປີຜ່ານມາ ແລະ ປີ 2021 ກໍ່ເຊັ່ນດຽວກັນ. ຍ້ອນເຫດນັ້ນ, ໃນປີຜ່ານມາ, ເລື່ອງສອງປະເທດມະຫາອຳນາດ ໄດ້ຮັກສາການພົບປະ ແລະ ເຈາລະຈາຄັ້ງຕ່າງໆ ໄດ້ເຮັດໃຫ້ຫາງສຽງມີຄວາມອຸ່ນອ່ຽນໃຈສ່ວນໃດສ່ວນໜຶ່ງວ່າ ເຖິງວ່າ ບັນດາຄວາມບໍ່ລົງລອຍກັນ ແລະ ຂໍ້ຂັດແຍ້ງລະຫວ່າງສອງຝ່າຍມີຄວາມເຄັ່ງຕຶງກໍ່ຕາມ ແຕ່ຍັງຄົງຢູ່ໃນການຄວບຄຸມ.
ການ​ພົວ​ພັນ​ອາ​ເມ​ລິ​ກາ-ລັດ​ເຊຍ:  ຮັກ​ສາ​ການ​ເຈ​ລະ​ຈາ ຄວບ​ຄຸມ​ຂໍ້​ຂັດ​ແຍ້ງ
ປະທານາທິບໍດີ ອາເມລິກາ Joe Biden ແລະ ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ໃນການພົບປະທາງໄກເມື່ອ  7/12/2021. (ພາບ: AFP/TTXVN )     ຍ້ອນບັນດາຄວາມບໍ່ລົງລອຍກັນ ແລະ ຂໍ້ຂັດແຍ້ງເລິກເຊິ່ງທີ່ແກ່ຍາວມາຫຼາຍປີ ໃນບັນດາບັນຫາລວມທັງສອງຝ່າຍ ແລະ ກ່ຽວຂ້ອງເຖິງຝ່າຍທີ 3 ນັ້ນ, ປີ 2021, ສະພາບຄວາມເຄັ່ງຕຶງໃນການພົວພັນລະຫວ່າງອາເມລິກາ-ລັດເຊຍ ແມ່ນສິ່ງທີ່ບັນດານັກໄຈ້ແຍກສາກົນ ໄດ້ຄາດຄະເນໄວ້ລ່ວງໜ້າແລ້ວ. ເຖິງວ່າ ບັນດາຂໍ້ຂັດແຍ້ງຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ, ຊ້ຳບໍ່ໜຳ ມີຈຸດເວລາກໍ່ຖືກຍູ້ໃຫ້ສູງຂຶ້ນກໍ່ຕາມ, ແຕ່ໂດຍພື້ນຖານແລ້ວ, ສະພາບການພົວພັນລະຫວ່າງອາເມລິກາ-ລັດເຊຍ ຍັງໄດ້ຮັບການຄວບຄຸມເປັນຢ່າງດີ.
TAG
VOV/VOVworld/ໂຄງການເຊື້ອເພີງຂະໜາດໃຫ່ຍ/ລັດເຊຍ/ແລະ ເຢຍລະມັນ/Joe Biden/ປະທານາທິບໍດີ/Vladimir Putin