ການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ: ສັດຍາລັກແຫ່ງໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີ
24/06/2022 09:07
(VOVWORLD) - ວັນທີ 24 ມິຖຸນາ, ກ່ອນນີ້ 55 ປີ, ຫວຽດນາມ - ກຳປູເຈຍ ໄດ້ສ້າງຕັ້ງສາຍພົວພັນທາງການທູດ. ໃນຄາວນັ້ນ, ປະທານໂຮ່ຈີມິນ ໄດ້ຢັ້ງຢືນວ່າ ນີ້ແມ່ນເຫດການປະຫວັດສາດໃນການພົວພັນສອງຝ່າຍ, ເປັນປັດໄຈຕັ້ງໜ້າໃນການຮັກສາສັນຕິພາບຢູ່ອິນດູຈີນ ແລະ ອາຊີຕາເວັນອອກສ່ຽງໃຕ້. ການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ 2 ປະເທດ ແມ່ນສັນຍາລັກທີ່ຮຸ່ງເຮືອງເຫຼືອງເຫຼືອມຂອງໄມຕີຈິດມິດຕະພາບທີ່ສະໜິດສະໜົມ ແລະ ຄວາມສາມັກຄີໃນການສູ້ຮົບ. 55 ປີໄດ້ຜ່ານໄປ, ນ້ຳໃຈໄມຕີຈິດມິດຕະພາບນັ້ນ ນັບມື້ນັບພັດທະນາ, ນຳມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງໃຫ້ແກ່ທັງສອງຊາດ.

ຫວຽດນາມ ແລະ ກຳປູເຈຍ ໄດ້ສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການໃນວັນທີ 24 ມິຖຸນາ 1967. ການພົວພັນສອງຝ່າຍໄດ້ສ້າງຂຶ້ນເປັນຮູບປະທຳ ແລະ ພັດທະນາໂດຍເລີ່ມມາຈາກຄວາມຮຽກຮ້ອງຕ້ອງການ ແລະ ຈຸດປະສົງລວມຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດຂອງທັງສອງປະເທດ. 55 ປີຜ່ານມາ ແມ່ນໄລຍະພັດທະນາທີ່ສຳຄັນຂອງການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ ແລະ ໄດ້ສ້າງຂີດໝາຍດ້ວຍຫຼາຍເຫດການປະຫວັດສາດທີ່ບໍ່ອາດຫຼົງລືມໄດ້.
TAG
VOV/VOVworld/ກຳປູເຈຍ/ຫວຽດນາມ/ມິດຕະພາບ/ສາມັກຄີ
Related
More








