ການຢ້ຽມຢາມສືບຕໍ່ຢັ້ງຢືນຄວາມສາມັກຄີມິດຕະພາບ ຫວຽດນາມ - ກຳປູເຈຍ
21/12/2021 09:09
(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ມີການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການໃນເວລາ 2 ວັນຄືແຕ່ວັນທີ 21 ຫາວັນທີ 22 ທັນວາ. ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ ຫວຽດນາມ ສະແດງໃຫ້ເຫັນການພົວພັນໃກ້ຊິດ ຫວຽດນາມ - ກຳປູເຈຍ, ພ້ອມທັງສືບຕໍ່ສະແດງຄວາມຕັດສິນໃຈຮ່ວມມືຢ່າງແໜ້ນແຟ້ນ ແນໃສ່ປັບປຸງການພົວພັນບ້ານໃກ້ເຮືອນຄຽງຢ່າງດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຢ່າງຮອບດ້ານ, ຍືນຍົງຍາວນານ ຫວຽດນາມ - ກຳປູເຈຍ ໃນໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: baoquocte.vn)
TAG
VOV/VOVworld/ຫວຽດນາມ/ກຳປູເຈຍ/ປະທານປະເທດ/ມິດຕະພາບ/ເສດຖະກິດ
Related








