ການດັບມອດໂລກ Ebola ຕ້ອງການມີເວລາຍາວນານ
21/10/2014 11:56
ຄວາມມານະພະຍາຍາມຕ້ານໂລກ Ebola ຂອງປະຊາຄົມໂລກໄດ້ມີສັນຍານໃໝ່ຂະນະທີ່ WHO ໄດ້ປະກາດບາງປະເທດອາຟະລິກາຕາເວັນຕົກໄດ້ຫຼຸກພົ້ນອອກຈາກໂລກ Ebola

ຄວາມມານະພະຍາຍາມຕ້ານໂລກ Ebola ຂອງປະຊາຄົມໂລກໄດ້ມີສັນຍານໃໝ່ຂະນະທີ່ອົງການອະນາໄມໂລກ WHO ໄດ້ປະກາດບາງປະເທດອາຟະລິກາຕາເວັນຕົກໄດ້ຫຼຸກພົ້ນອອກຈາກໂລກ Ebola ແລະ ຢາວັກຊິນທົດລອງງວດທຳອິດໄດ້ນຳມາເຊິ່ງໝາກຜົນທີ່ໜ້າຊື່ນຊົມ. ແຕ່ເພື່ອສະກັດກັ້ນໂລກລະບາດນີ້, ໂລກຕ້ອງການມີແຫຼ່ງກຳລັງຕື່ມອີກ ນັບທັງດ້ານການເງິນ , ບຸກຄະລາກອນ ແລະ ການສູ້ຮົບຕ້ານ ໂລກ Ebola ນີ້ ແນ່ນອນວ່າຕ້ອງໃຊ້ເວລາຍາວນານ. (ພາບປະກອບ ) ຕາມແຈ້ງການຫຼ້າສຸດຂອງອົງການອະນາໄມໂລກ WHO, ໄລ່ຮອດຈຸດເວລາເກີດກໍລະນີຄົນເຈັບຕິດໂລກ Ebola ຄົນທຳອິດເມື່ອເດືອນ 3/2014 ມາຮອດປະຈຸບັນ, ໂລກ Ebola ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 4.500 ຄົນ ແລະ ປະຈຸບັນ, ຈຳນວນຜູ້ຕິດໂລດດັ່ງກ່າວຢູ່ທັງພາກພື້ນອາຟະລິກາຕາເວັນຕົກ ໄດ້ລື່ນກາຍຕົວເລກ 9.200 ຄົນ ແລະ ໄດ້ແຜ່ລະບາດອອກສູ່ບັນດາປະເທດອື່ນໆ. ອັດຕາການຕາຍກໍໄດ້ເພີ່ມຂຶ້ນຢູ່ 3 ປະເທດທີ່ຖືກຖືວ່າແຫ່ງກຳເນີດໂລກລະບາດເຊັ່ນ : ລີເບເຣຍ, ຊີຣາລີອອນ ແລະ ກີເນ. ຢູ່ອາເມລີກາ, ເມື່ອບໍ່ດົນມານີ້, ໄດ້ກວດພົບ 2 ກໍລະນີຕິດເຊື້ອໂລກ Ebola. ສ່ວນຢູ່ແອດສະປາຍ ຊຶ່ງແມ່ນປະເທດທຳອິດຢູ່ເອີລົບ ກໍໄດ້ຍອມຮັບມີກໍລະນີຄົນເຈັບຕິດໂລກ Ebola ແລະ ປະເທດນີ້ ກໍພວມຮີບຮ້ອນກວດສຸຂະພາບບັນດາຜູ້ທີ່ຖືກລະແວງສົງໄສຕິດໂລກ Ebola.
TAG
vov/vovworld/ໂລກລະບາດ/ແຜ່ລະບາດ
Related








