ການດັດແກ້ເພື່ອມະນຸດໃນບັນດາປະມວນກົດໝາຍຊຶ່ງພວມໄດ້ຮັບການປັບປຸງ
29/10/2014 11:07
ໃນຈຳນວນຮ່າງກົດໝາຍ, ມີຮ່າງກົດໝາຍທີ່ສຳຄັນຫຼາຍສະບັບທີ່ກ່ຽວຂ້ອງເຖິງສິດທິມະນຸດ, ສິດ ແລະ ພັນທະອັນເປັນພື້ນຖານຂອງພົນລະເມືອງ

ໃນຈຳນວນຮ່າງກົດໝາຍ 18 ສະບັບຊຶ່ງໄດ້ຮັບການພິຈາລະນາຮັບຮອງເອົາ ແລະ ຮ່າງກົດໝາຍ 12 ສະບັບຊຶ່ງໄດ້ຮັບການປະກອບຄຳເຫັນທີ່ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຊຸດທີ 13 ນັ້ນ, ມີຮ່າງກົດໝາຍທີ່ສຳຄັນຫຼາຍສະບັບທີ່ກ່ຽວຂ້ອງເຖິງສິດທິມະນຸດ, ສິດ ແລະ ພັນທະອັນເປັນພື້ນຖານຂອງພົນລະເມືອງ. ບັນດາເນື້ອໃນທີ່ໄດ້ຮັບການປັບປຸງໃນບັນດາຮ່າງກົດໝາຍເຫຼົ່ານີ້ ລ້ວນແຕ່ເພື່ອແນໃສ່ຫັນເນື້ອໃນຈິດໃຈຂອງລັດຖະທຳມະນູນປີ 2013 ເປັນລະອຽດ, ມຸ້່ງໄປສູ່ການຮັບປະກັນ ສິດທິມະນຸດໃຫ້ດີກ່ວາ ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ຊາວຜູ້ອອກແຮງງານ ແມ່ນເນື້ອໃນທີ່ສຳຄັນ (ພາບປະກອບ) ເນື້ອໃນທີ່ໄດ້ຮັບການປັບປຸງໃນບັນດາຮ່າງກົດໝາຍ ແມ່ນຕົ້ນຕໍເລັ່ງໃສ່ການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ, ຮັບປະກັນເງື່ອນໄຂມີບ່ອນຢູ່ຂອງພົນລະເມືອງ, ປົກປ້ອງສິດຜົນປະໂຫຍດຂອງບັນດາຜູ້ຖືກເສຍປຽບໃຫ້ດີກວ່າ.
TAG
vov/vovworld/ສິດທິມະນຸດ
Related








