VOV WorldVOV World
ການເດີນທາງຢ້ຽມຢາມດ້ວຍການຄິດໄລ່ຫຼາຍຢ່າງ
03/07/2014 09:29
ວັນ​ທີ 3/7, ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈີນ​ຜີ​ງ ໄດ້ເລີ່ມຕົ້ນການຢ້ຽມຢາມທາງ ລັດຖະກິດ ສ.​ເກົາ​ຫຼີ ​ເປັນ​ເວລາ 2 ວັນ. ການ​​ເດີນທາງຢ້ຽມຢາມ ຂອງ​ຜູ້ນຳ​ລັດ​ຈີນ​ຄັ້ງ​ນີ້, ບໍ່​ກໍ່​ຄວາມ​ປະຫຼາດ​ໃຈ​ຕໍ່​ຫາງ​ສຽງ
ການເດີນທາງຢ້ຽມຢາມດ້ວຍການຄິດໄລ່ຫຼາຍຢ່າງ
ວັນ​ທີ 3/7, ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈີນ​ຜີ​ງ ໄດ້ເລີ່ມຕົ້ນການຢ້ຽມຢາມທາງ ລັດຖະກິດ ສ.​ເກົາ​ຫຼີ ​ເປັນ​ເວລາ 2 ວັນ. ການ​​ເດີນທາງຢ້ຽມຢາມຂອງ​ຜູ້ນຳ​ລັດ​ຈີນ​ຄັ້ງ​ນີ້, ບໍ່​ກໍ່​ຄວາມ​ປະຫຼາດ​ໃຈ​ຕໍ່​ຫາງ​ສຽງ​ເພາະວ່າ ​ໃນ​ສະພາວະ​ພາກ​ພື້ນ​ປະຈຸ​ບັນ ພວມ​ມີ​ບັນດາ​ສາຍ​ພົວພັນ​ແບບ​ປະສານ​ກັນ​ຢ່າງ​ສັບສົນ. ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈີນ​ຜີ​ງ ແລະ ທ່ານ​ນາງ​ປະທານາທິບໍດີ ສ.​ເກົາຫຼີ Park Geun-Hye     ນີ້​ແມ່ນ​ຄັ້ງ​ທີ 3 ຊຶ່ງ ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈີນ​ຜີ​ງ​ໄປ​ຍັງ​ເຊີ​ອູ​ນ, ​ແຕ່​ພັດ​​ແມ່ນ​ການ​ຢ້ຽມຢາມເປັນ​ຄັ້ງ​ທຳ​ອິດ​ໃນ​ຖານະ​ຕຳ​ແໜ່ງເປັນ​ປະມຸກ​ລັດ. ​ເຖິງ​ວ່າ​ໃນ​ທາງນອກຂອງ​ການ​ຢ້ຽມຢາມ, ຕາມ​ທີ່​ໄດ້​ປະກາດ​ກ່ອນ​ການ​ເດີນທາງ​ຢ້ຽມຢາມ, ນີ້​ແມ່ນ​ການ​ຕອບ​ແທນ​ການ​ຢ້ຽມຢາມ​ຈີນ​ຂອງທ່ານ​ນາງ​ປະທານາທິບໍດີ ສ.​ເກົາຫຼີ Park Geun-Hye ​ເມື່ອ​ເດືອນ 6/2013, ​ແຕ່​ເປັນ​ຄັ້ງ​ທຳ​ອິດ​ທີ່​ຜູ້ນຳ​ສູງ​ສຸດ​ຂອງ​ຈີນ​ໄດ້​ປະລະ​ທຳນຽມ​ທີ່​ເຄີຍ​ມີ​ມາ​ຄື​ຢ້ຽມຢາມ​ເຊີ​ອູ​ນກ່ອນ​ພຽງ​ຢາງນັ້ນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປັກກິ​ງພວມ​ມີ​ການ​ປ່ຽນ​ແປງ​ຍຸດ​ໂທ​ບາຍ​ການ​ຕ່່າງປະ​ເທດ​ໂດຍ​ພື້ນຖານ.
TAG
vov/vovworld/ຈີນ/ສ.ເກົາຫຼີ