VOV WorldVOV World
ການເລືອກຕັ້ງປະທານາທິບໍດີ ບຣາຊິນ: ມີສິ່ງບັງເອີນຫຼາຍຢ່າງຍາກທີ່ຈະຄາດຄະເນໄດ້
07/10/2014 07:28
(vovworld)-ຕາມ​ໝາກ​ຜົນ​​ແຫ່ງການ​ເລືອກ​ຕັ້ງຊື່ງ​ຖືກ​ປະ​ກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 6/10, ຜູ້​ມີ​ສິດ​ເລືອກ​ຕັ້ງ ບ​ຣາ​ຊີນ ຕ​ອ້ງ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​ ຮອບ​ທີ 2
ການເລືອກຕັ້ງປະທານາທິບໍດີ ບຣາຊິນ: ມີສິ່ງບັງເອີນຫຼາຍຢ່າງຍາກທີ່ຈະຄາດຄະເນໄດ້
(vovworld)-ຕາມ​ໝາກ​ຜົນ​​ແຫ່ງການ​ເລືອກ​ຕັ້ງຊື່ງ​ຖືກ​ປະ​ກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 6/10, ຜູ້​ມີ​ສິດ​ເລືອກ​ຕັ້ງ ບ​ຣາ​ຊີນ ຕ​ອ້ງ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​ ຮອບ​ທີ 2 ໃນ​ວັນ​ທີ 26/10 ຍ້ອນບໍ່​ມີ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ທ່ານໃດຍາດ​ໄດ້​ຈຳ​ນວນ​ບັດ​ກາຍ​ເຄິ່ງ​ເພື່ອ​ກາຍ​ເປັນ​ຜູ້​ນຳ​ຂອງ​ປະ​ເທດ​ໃຫຍ່​ສຸດ ແລະ ມີ​ພົນ​ລະ​ເມືອງ​ຫລາຍ​ສຸດ​ຢູ່​ ອາ​ເມ​ລິ​ກາ​ລາ​ຕີນ. ທີ່​ການ​ປ່ອນ​ບັດ​ຮອບ​ທີ 2 ນີ້ ພຽງ​ແຕ່​ແມ່ນ​ການ​ແກ້ງ​ແຍ້ງ​ລະ​ຫວ່າງ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ 2 ທ່ານ​ຄື: ທ່າ​ນນາງ ປະ​ທາ​ນາ​ທິ​ບໍ​ດີ Dilma Rousseff ຂຶ້ນ​ກັບ​ພັກ​ແຮງ​ງານ(PT) ແລະ ສະ​ມາ​ຊິກ​ສະ​ພາ​ສູງ ​ທ່ານ Aecio Neves ຂຶ້ນ​ກັບ​ພັກ​ປະ​ຊ​າ​ທິ​ປະ​ໄຕ​ສັງ​ຄົ​ມ(PSDB). ນີ້​ແມ່ນ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ 2 ທ່ານຍາດ​ໄດ້​ຈຳ​ນວນ​ບັດ​ຫລາຍ​ສຸດ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຄັ້ງ​ທຳ​ອິດ.
TAG
vov/vovworld ການເລືອກຕັ້ງ

More