VOV WorldVOV World
ການເລືອກຕັ້ງຢູ່ ຝລັ່ງ: ປະເທດ ຝລັ່ງ ຫຼີກລ່ຽງແຜນການທີ່ໜ້າວິຕົກກັງວົນທີ່ສຸດ
08/07/2024 08:41
(VOVWORLD) - ເຖິງວ່າຫຼີກລ່ຽງໄດ້ແຜນການທີ່ໜ້າວິຕົກກັງວົນແມ່ນ ພັກຂວາຈັດຂຶ້ນກຳອຳນາດກໍ່ຕາມ, ແຕ່ໝາກຜົນການເລືອກຕັ້ງກ່ອນກຳນົດກໍ່ນຳມາເຊິ່ງຄວາມວິຕົກກັງວົງຫຼາຍຢ່າງຕໍ່ປະເທດ ຝລັ່ງ.
ການເລືອກຕັ້ງຢູ່ ຝລັ່ງ: ປະເທດ ຝລັ່ງ ຫຼີກລ່ຽງແຜນການທີ່ໜ້າວິຕົກກັງວົນທີ່ສຸດ
ການເລືອກຕັ້ງຊ່ວຍໃຫ້ປະເທດ ຝລັ່ງ ຫຼີກລ່ຽງໄດ້ແຜນການທີ່ໜ້າວິຕົກກັງວົນທີ່ສຸດ (ພາບ: TTXVN)         ຄວາມມານະພະຍາຍາມສະກັດກັ້ນຂອງບັນດາພັກຝ່າຍຢູ່ ຝລັ່ງ, ພິເສດແມ່ນບັນດາພັກຝ່າຍຊ້າຍ, ໃນຮອບເລືອກຕັ້ງນິຕິບັນຍັດທີ 2 ກ່ອນກຳນົດເວລາຢູ່ ຝລັ່ງ, ເຊິ່ງດຳເນີນໄປໃນວັນທີ 07 ກໍລະກົດ, ຊ່ວຍໃຫ້ປະເທດ ຝລັ່ງ ຫຼີກລ່ຽງໄດ້ແຜນການທີ່ໜ້າວິຕົກກັງວົນທີ່ສຸດແມ່ນ ພັກຂວາຈັດເຕົ້າໂຮມແຫ່ງຊາດ (RN) ຂຶ້ນກຳອຳນາດ. ເຖິງຢ່າງໃດກໍ່ຕາມ, ການເລືອກຕັ້ງສືບຕໍ່ຊີ້ໃຫ້ເຫັນການແບ່ງແຍກຢ່າງເລິກເຊິ່ງໃນພື້ນຖານການເມືອງຂອງ ຝລັ່ງ ແລະ ມີຄວາມສ່ຽງກໍ່ໃຫ້ເກີດສະພາບບໍ່ມີທາງອອກຢ່າງຍາວນານ.         ໝາກຜົນທາງການຂອງການເລືອກຕັ້ງນິຕິບັນຍັດຮອບທີ 2 ຢູ່ ຝລັ່ງ, ປະກາດໃນຕອນເຊົ້າວັນທີ 08 ກໍລະກົດ, ຊີ້ໃຫ້ເຫັນວ່າ, ສຳພັນທະມິດ 4 ພັກຝ່າຍຊ້າຍແມ່ນ “ແນວໂຮມນິຍົມໃໝ່” (Nouveau front populaire - NFP) ຍາດໄດ້ທີ 1 ໃນການເລືອກຕັ້ງ ເມື່ອຍາດໄດ້ 182 ທີ່ນັ່ງໃນສະພາແຫ່ງຊາດ ຝລັ່ງ ຊຸດທີ່ຈະມາເຖິງ (2024 – 2029), ສຳພັນທະມິດເປັນກາງ “ພ້ອມກັນ” (Ensemble - EN) ຂອງທ່ານປະທານາທິບໍດີ Emmanuel Macron ຢືນອັນດັບທີ 2 ດ້ວຍ 168 ທີ່ນັ່ງ, ໃນຂະນະທີ່ພັກຂວາຈັດ “ເຕົ້າໂຮມແຫ່ງຊາດ” (RN) ພຽງຢືນອັນດັບທີ 3 ດ້ວຍ 143 ທີ່ນັ່ງ.
TAG
VOV/VOVworld/​ລັດ​ຖະ​ທຳ​ມະ​ນູນ/ວິ​ຕົກ​ກັງ​ວົງ/ການ​ເມືອງ​/​ຫຼີ​ກ​ລ່ຽງ

More