ການເລືອກງຕັ້ງຢູ່ ອັງກິດ: ການປ່ຽນແປງຢ່າງໃຫ່ຍຫຼວງສຳລັບປະເທດ ອັງກິດ ພາຍຫຼັງ 14 ປີ
05/07/2024 08:51
(VOVWORLD) -ດ້ວຍເລື່ອງໄດ້ຮັບຈຳນວນບັດສະໜັບສະໜູນທັງໝົດປະມານ 40% ຂອງຈຳນວນຜູ້ມີສິດເລືອກຕັ້ງ ອັງກິດ ໃນການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ ຊື່ງໄດ້ຈັດຂຶ້ນໃນວັນທີ 4 ກໍລະກົດທີ່ຜ່ານມານັ້ນ, ພັກແຮງງານຢູ່ ອັງກິດ ໄດ້ຮັບໄຊຊະນະ ແລະ ຈະສ້າງຕັ້ງລັດຖະບານໃໝ່ ຢຸດຕິ 14 ປີທີ່ພັກຮັກສາເດີມໄດ້ກຳສິດອຳນາດ. ເຫດການນີ້ອາດຈະເປັນຂີດໝາຍແຫ່ງການປ່ຽນແປງໃຫ່ຍ ໃນນະໂຍບາຍການພົວພັນພາຍໃນ ແລະ ຕ່າງປະເທດຂອງປະເທດ ອັງກິດ.

ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ແລະ ພັນລະຍາ ພາຍຫຼັງການປ່ອນບັດຢູ່ ລອນດອນ ເມື່ອວັນທີ 4/7/2024. (ພາບ: Reuters/TTXVN ) ຕາມໝາກຜົນໃນເບື້ອງຕົ້ນ ໂດຍຄະນະກຳມະການເລືອກຕັ້ງແຫ່ງຊາດ ອັງກິດ ປະກາດໃນຕອນເຊົ້າວັນທີ 5 ກໍລະກົດ, ພັກແຮງງານໄດ້ຮັບຈຳນວນບັດສະໜັບສະໜູນປະມານ 40% ເທົ່າກັບ 410 ທີ່ນັ່ງຢູ່ສະພາຕ່ຳ ອັງກິດ ໃນອາຍຸການຈະມາເຖິງ, ຍາດໄດ້ໄຊຊະນະໃນການເລືອກຕັ້ງທົ່ວປະເທດ ແລະ ລື່ນກາຍຕົວເລກ 326 ທີ່ນັ່ງທີ່ຈຳເປັນ ເພື່ອໄດ້ສ້າງລັດຖະບານ. ພັກຮັກສາເດີມກຳອຳນາດຂອງທ່ານນາຍົກລັດຖະມົນຕີ Rishi Sunak ຢືນອັນດັບທີສອງດ້ວຍ 140 ທີ່ນັ່ງ ຊື່ງແມ່ນໝາກຜົນການເລືອກຕັ້ງທີ່ຕ່ຳທີ່ສຸດໃນປະຫວັດສາດຂອງພັກນີ້. ການນຳພັກແຮງງານ ອັງກິດ Keir Starmer ໃນບັ້ນຫາສຽງເລືອກຕັ້ງເມື່ອວັນທີ 2/7/2024. (ພາບ: Reuters/TTXVN )
TAG
VOV/VOVworld/ການເລືອກງຕັ້ງຢູ່ ອັງກິດ:14 ປີ/ການນຳພັກແຮງງານອັງກິດ Keir Starmer/ທ່ານ David Lammy/ວ່າທີ່ລັດຖະມົນຕີການຕ່າງປະເທດ ອັງກິດ/ທ່ານ Matthew Johnson/ສາດສະດາຈານນະໂຍບາຍພາກລັດ ມະຫາວິທະຍາໄລ Northumbria ຢູ່ Newcastle/ທ່ານສາດສະດາຈານ Mark Shanahan ຂອງມະຫາວິທະຍາໄລ Surrey
Related








