VOV WorldVOV World
ການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍແມ່ນປະຕິບັດ ຢ່າງເຂັ້ມງວດ
27/08/2012 08:58
ທີ່​ກອງ​ປະຊຸມ​ພະນັກງານ​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ມະຕິກອງ​ປະຊຸມ ຄັ້ງ​ທີ 4 ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ຊຸດ​ທີ 11 ຜ່ານ​ມາ, ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ແຈ້ງ​ໝາກຜົນ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ສຳ​ຫລວດ​ກວດກາ, ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ
ການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍແມ່ນປະຕິບັດ ຢ່າງເຂັ້ມງວດ
 (vovworld) - ທີ່​ກອງ​ປະຊຸມ​ພະນັກງານ​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ມະຕິກອງ​ປະຊຸມ ຄັ້ງ​ທີ 4 ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ຊຸດ​ທີ 11 (ຫລື​ເອີ້ນ​ຫຍໍ້​ວ່າ: ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4) ຜ່ານ​ມາ, ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ແຈ້ງ​ໝາກຜົນ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ສຳ​ຫລວດ​ກວດກາ, ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ ຕາມ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4. ໝາກຜົນ​ນັ້ນ​ບໍ່​ພຽງ​ແຕ່​ຢືນຢັນ​ໝູ່​ຄະນະ, ສ່ວນ​ບຸກຄົນ​ໃນ​ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ​ໄດ້ເປັນ​ແບບຢ່າງ​ໃຫ້​ແກ່​ຂັ້ນ​ລຸ່ມ​ຢ່າງແທ້ຈິງເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ຄະນະ​ພັກ​ມີ​ບົດຮຽນ​ລ້ຳ​ຄ່າ​ໃນ​ການ​ກະກຽມ ​ແລະ​ ດຳ​ເນີນ​ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ​ໃນ​ພັກ​ໄລຍະ​ຈະ​ມາ​ເຖິງ.
TAG
ຕຳນິຕິຊົມ

More