ການຕິດຕາມກວດກາ,ໄຈ້ແຍກຕີລາຄາສັງຄົມ:ບົດບາດຫນ້າທີ່ສຳຄັນຂອງແນວໂຮມປະເທດຊາດຫວຽດນາມ ໃນໄລຍະໃຫມ່
22/09/2014 09:50
(vovworld)- ທີ່ກອງປະຊຸມໃຫຍ່ທົ່ວປະເທດແນວໂຮມປະເທດຊາດຫວຽດນາມ ຄັ້ງທີ 8 ຈະໄຂຂຶ້ນໃນວັນທີ 26/9 ຈະມາເຖິງ

(vovworld)- ທີ່ກອງປະຊຸມໃຫຍ່ທົ່ວປະເທດແນວໂຮມປະເທດຊາດຫວຽດນາມ ຄັ້ງທີ 8 ຈະໄຂຂຶ້ນໃນວັນທີ 26/9 ຈະມາເຖິງ, ປະຕິບັດການຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາສັງຄົມແມ່ນຫນຶ່ງໃນບັນດາຫນ້າທີ່ສຳຄັນຖືກລະບຸ້ໄວ້ໃນເອກະສານກອງປະຊຸມໃຫຍ່. ນີ້ແມ່ນວຽກງານລະອຽດເພື່ອຜັນຂະຫຍາຍລັດຖະທຳມະນູນປີ 2013 ແລະ “ກົດລະບຽບການຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາສັງຄົມ ຂອງ ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງມະຫານຊົນການເມືອງສັງຄົມ” ໂດຍກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 11 ປະກາດໃຊ້ເມື່ອເດືອນ 12/2013. ເພື່ອປະຕິບັດບົດບາດຫນ້າທີ່ນີ້ໃຫ້ເປັນຢ່າງດີ, ແນວໂຮມປະເທດຊາດຫວຽດນາມ ບໍ່ພຽງແຕ່ສະແດງໃຫ້ເຫັນບົດບາດເປັນຜູ້ຕາງຫນ້າ ແລະ ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງປະປະຊາຊົນ ຢ່າງຈະແຈ້ງ ເທົ່ານັ້ນ ຫາກຍັງປະກອບສ່ວນສຳຄັນໃນການກໍ່ສ້າງພັກ, ອຳນາດການປົກຄອງໃຫ້ເຂັ້ມແຂງ ອີກດ້ວຍ.
TAG
vovworld/ກົດລະບຽບ
Related








