ການກະທຳຢ່າງແທດຈິງ, ບຸລິມະສິດແຫລ່ງກຳລັງໃຫ້ແກ່ເດັກນ້ອຍ
06/06/2024 05:00
(VOVWORLD) -ຫວຽດນາມ ພວມໃນເດືອນເຄື່ອນໄຫວເພື່ອເດັກນ້ອຍ. ຢູ່ ຫວຽດນາມ, ເດັກນ້ອຍ ແມ່ນເປົ້າໝາຍໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ, ສະແດງໃຫ້ເຫັນຜ່ານວຽກງານປົກປ້ອງ, ເບິ່ງແຍງດູແລ, ສ້າງທຸກເງື່ອນໄຂດີສຸດເພື່ອໃຫ້ເດັກນ້ອຍເຕີຍໃຫຍ່ຮອບດ້ານ, ມີສະພາບແວດລ້ອມແຫ່ງການດຳລົງຊີວິດຢ່າງປອດໄພ. ຫວຽດນາມ ກໍ່ບໍ່ມີການຈຳແນກປະພຶດ ແລະຮັບປະກັນຜົນປະໂຫຍດດີສຸດຂອງເດັກນ້ອຍໃນບັນດາຂໍ້ຕົກລົງທີ່ກ່ຽວຂ້ອງ ແລະ ຖືນີ້ແມ່ນບັນຫາມີລັກສະນະຍຸດທະສາດ, ຍາວນານ.

ພາບປະກອບ:: dangcongsan.vn ປະຈຸບັນ, ຫວຽດນາມ ມີເດັກນ້ອຍກວ່າ 25 ລ້ານຄົນ, ກວມເອົາກວ່າ 25% ຍອດຈຳນວນປະຊາກອນ. ໃນນັ້ນ 100% ຈຳນວນເດັກນ້ອຍມີອາຍຸຕ່ຳກວ່າ 6 ປີໄດ້ຮັບບັດປະກັນສຸຂະພາບໂດຍບໍ່ເສຍຄ່າ. ເກືອບ 100% ຈຳນວນເດັກນ້ອຍເຖິງອາຍຸໄປຮຽນລ້ວນແຕ່ໄດ້ໄປໂຮງຮຽນ, 95% ເດັກນ້ອຍມີອາຍຸຕ່ຳກວ່າ 1 ປີ ໄດ້ຮັບການສັກຢາວັກຊິນທຸກຊະນິດ.
TAG
VOV/VOVworld/ສຶກສາ ແລະປົກປ້ອງເດັກນ້ອຍ/ເດືອນເຄື່ອນໄຫວເພ່ືອເດັກນ້ອຍ
Related








