VOV WorldVOV World
ການລົງໂທດອາດຈະຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງໃນແຫລມເກົາຫລີໄດ້ຫລືບໍ່?
18/05/2017 12:04
(VOVWORLD) -ໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງບັນດາຝ່າຍໃນແຫລມເກົາຫລີ ຍັງບໍ່ທັນມີສັນຍາຫລຸດລົງ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາຫລີ (ສປປ ເກົາຫລີ) ສືບຕໍ່ດຳເນີນເຫດຍິງລູກສອນໄຟນຳວິຖີ ແລະ ນີ້ແມ່ນການຍິງລູກສອນໄຟຄັ້ງທີ 7 ນັບແຕ່ຕົ້ນປີມາຮອດປະຈຸບັນ. ບັນຫາເຮັດໃຫ້ບັນດານັກສືບລາຊະການລັບ ອາເມລິກາ ແລະ ສເກົາຫລີ ກໍ່ຄືບັນດານັກວິເຄາະດ້ານການເມືອງ ປະຈຸບັນ ມີຄວາມວິຕົກກັງວົນ ນັ້ນແມ່ນຊອກຄຳຕອບໃຫ້ຈຸດປະສົງແທ້ຈິງຂອງ ພຽງຢາງ ພາຍຫລັງບັນດາເຫດຍິງລູກສອນໄຟ, ໂດຍບໍ່ຫົວຊາຕໍ່ບັນດາຄຳສັ່ງລົງໂທດ. ບົດຂຽນຂອງນັກຂ່າວ ແອງຮ່ວຽນ.
ການລົງໂທດອາດຈະຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງໃນແຫລມເກົາຫລີໄດ້ຫລືບໍ່?
 ເຫດຍິງລູກສອນໄຟ ພາບປະກອບ:ອິນເຕີແນັດ ເຫດຍິງລູກສອນໄຟໄດ້ຮັບການປະຕິບັດຢູ່ສະຖານທີ່ຫ່າງຈາກນະຄອນຫລວງ ພຽງຢາງ ປະມານ 100 ກິໂລແມັດ. ລູກສອນໄຟດັ່ງກ່າວພາຍຫລັງບິນໄດ້ປະມານ 700 ກິໂລແມັດ ໄດ້ຕົກໃສ່ເຂດ ຝັ່ງທະເລ ລະຫວ່າງ ທາງທິດຕາເວັນອອກ ສປປ ເກົາຫລີ ແລະ ຍີ່ປຸ່ນ. ນີ້ແມ່ນການຍິງທົດລອງລູກສອນໄຟຄັ້ງທີ 7 ນັບແຕ່ຕົ້ນປີມາຮອດປະຈຸບັນ ແລະ ເປັນຄັ້ງທີ 20 ນັບແຕ່ປີ 2012, ຈຸດເວລາທີ່ທ່ານ Kim Jong un ສາບານຕົວຮັບດຳລົງຕຳແຫນ່ງເປັນການນຳ ສປປ ເກົາຫລີ.
TAG
VOV/VOVworld/ລົງໂທດ

More