VOV WorldVOV World
ການພົວພັນຈີນ-ອິນເດຍ: ຮົ້ວກີດຂວາງຍັງຄົງຕົວຢູ່
17/09/2014 11:43
ວັນທີ 17/9, ທ່ານປະທານປະເທດຈີນ ສີຈີນຜີງ ໄດ້ເລີ່ມຕົ້ນການຢ້ຽມຢາມ ອິນເດຍຢ່າງ​ເປັນ​ທາງ​ການ​ນັບ​ຕັ້ງ​ແຕ່​ເຂົ້າ​ດຳລົງ​ຕຳ​ແໜ່​ງນີ້.
ການພົວພັນຈີນ-ອິນເດຍ: ຮົ້ວກີດຂວາງຍັງຄົງຕົວຢູ່
      ວັນທີ 17/9, ທ່ານປະທານປະເທດຈີນ ສີຈີນຜີງ ໄດ້ເລີ່ມຕົ້ນການຢ້ຽມຢາມ ອິນເດຍຢ່າງ​ເປັນ​ທາງ​ການ​ນັບ​ຕັ້ງ​ແຕ່​ເຂົ້າ​ດຳລົງ​ຕຳ​ແໜ່​ງນີ້. ການ​ຢ້ຽມຢາມ​ອິນ​ເດຍແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ​ແຕ່ຍັງ​ບໍ່​ອາດ​ຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ​ທີ່​ຍັງ​ຄົງ​ຄ້າງ​​ໃນ​ການ​ພົວພັນ 2 ຝ່າຍ. ທ່ານປະທານປະເທດຈີນ ສີຈີນຜີງ       ​​ແຫ່ງ​ຢ້ຽມຢາມທຳ​ອິດຂອງທ່ານປະທານປະເທດຈີນ ສີຈີນຜີງ ​ໃນ​ຂອບ​ເຂດການຢ້ຽມຢາມ ອິນເດຍຢ່າງ​ເປັນ​ທາງ​ການ, ນັ້ນ​ແມ່ນ​ລັດ Gujarat ບ້ານ​ເກີດ​ຂອງ​ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Narendra Modi. ນາຍົກລັດຖະມົນຕີອິນ​ເດຍ Narendra Modi ​ໄດ້​ຕ້ອນຮັບ ທ່ານປະທານປະເທດຈີນ ສີຈີນຜີງຢູ່​ທີ່​ນີ້ ກ່ອນ​ທີ່​ດຳ​ເນີນ​ການ​ເຈລະຈາ ​ແລະ ບັນ​ດາ​ການ​ເຮັດ​ວຽກ​ທີ່​ສຳຄັນ​ຢູ່​ນະຄອນຫຼວງ​ນິວ​ເດ​ລີ​ໃນ 2 ວັນ​ຕໍ່​ໄປ.
TAG
vov/vovworld/ປະທານປະເທດຈີນ/ອິນເດຍ

More