VOV WorldVOV World
ການພົວພັນຕ່່າງປະເທດຂອງຫວຽດນາມ ປີ 2013 : ປະສິດທິຜົນ ແລະ ເນື້ອແທ້
18/12/2013 14:08
ປີ 2013 ໃກ້ຈະສິ້ນສຸດ ດ້ວຍບັນດາການເຄື່ອນໄຫວດ້ານການທູດທີ່ອຸດົມ ສົມບູນ ​ແລະ ຟົດ​ຟື້ນ. ​ໄລຍະ 1 ປີ​ທີ່​ຜ່ານ​ມາ , ການ​​ເຄື່ອນ​ໄຫວພົວພັນ​ກັບ​ຕ່່າງປະ​ເທດ​ໄດ້​ຖືກ​ຜັນ​ຂະຫຍາຍ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ
ການພົວພັນຕ່່າງປະເທດຂອງຫວຽດນາມ ປີ 2013 : ປະສິດທິຜົນ ແລະ ເນື້ອແທ້
   ປີ 2013 ໃກ້ຈະສິ້ນສຸດ ດ້ວຍບັນດາການເຄື່ອນໄຫວດ້ານການທູດທີ່ອຸດົມ ສົມບູນ ​ແລະ ຟົດ​ຟື້ນ. ຫວນ​ຄືນ​ໄລຍະ 1 ປີ​ທີ່​ຜ່ານ​ມາ ອາດ​ຈະ​ເຫັນ​ໄດ້​ວ່າ ການ​​ເຄື່ອນ​ໄຫວພົວພັນ​ກັບ​ຕ່່າງປະ​ເທດ​ໄດ້​ຖືກ​ຜັນ​ຂະຫຍາຍ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ ​ແລະ ​ໄດ້​ນຳ​ມາ​ເຊິ່ງໝາກຜົນ​ລະອຽດ. ບໍ່​ພຽງ​ແຕ່​ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​ສາກົນ​ທີ່​ສະດວກ​ຕໍ່​ການ​ພັດທະນາ​ປະ​ເທດ​ຊາດ, ຍາດ​ແຍ່ງ​ແຫຼ່ງກຳລັງ​ໃຫ້​ແກ່​ກິດຈະການ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ເທົ່າ​ນັ້ນ, ຫາກ​ຍັງ​ໜູນ​ຊ່ວຍ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ອີກ​ດ້ວຍ.              ໂດຍປະຕິບັດແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງ ພັກກອມມູນິດ ຫວຽດນາມ, ໃນໄລຍະທີ່ຜ່ານມາ, ການ​​ພົວພັນ​​ຕ່່າງປະ​ເທດ​ຂອງຫວຽດນາມໄດ້ບັນລຸບັນດາຜົນງານ ທີ່ພົ້ນເດ່ັນ. ພິເສດໃນປີ 2013, ການ​​ພົວພັນ​​ຕ່່າງປະ​ເທດ​ຂອງຫວຽດນາມໄດ້ເປັນຂີດໝາຍດ້ວຍບັນດາ ຜົນງານທີ່ມີ ລັກສະນະຮອບດ້ານນັບ​ທັງ 3 ​ເປົ້າໝາຍ​ຄື ການ​ພັດທະນາ; ການ​ປ້ອງ​ກັນ​ຄວາມ​ສະຫງົບ; ​ແລະ ທີ່​ຕັ້ງ​ບົດບາດ. ການ​​ເຄື່ອນ​ໄຫວພົວພັນ​ກັບ​ຕ່່າງປະ​ເທດ​​ໄດ້​ຮັບ​ການ​ຊຸກຍູ້​ໃນ​ທຸກໆ​ຂົງ​ເຂດ ຈາກ​ການ​ເມືອງ, ​ເສດຖະກິດ, ການປ້ອງກັນຊາດ- ປ້ອງ​ກັນ​ຄວາມ​ສະຫງົບ,​ວັດທະນະທຳ....ດ້ວຍ​ທຸກ​ຄູ່​ຮ່ວມ​ມື​ໃນ​ທຸກ​ທະວີບ, ນັບ​ທັງ​ການ​ພົວພັນ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ.
TAG
vov/vovworld/ການພົວພັນຕ່າງປະເທດ

More