ການພົວພັນຫວຽດນາມ-ອິນເດຍ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສາຍພົວພັນອິນເດຍ-ອາຊຽນ
24/01/2018 13:53
(VOVWORLD) -ວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເລີ່ມຕົ້ນການຢ້ຽມຢາມອິນເດຍ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງສາຍພົວພັນຄູ່ເຈລະຈາລະຫວ່າງ ອາຊຽນ-ອິນເດຍ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 69 ປີແຫ່ງວັນຄົບຮອບຂອງສາທາລະນະລັດອິນເດຍ

ການຢ້ຽມຢາມອິນເດຍຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືກດຳເນີນໃນຈຸດເວລາທີມີຄວາມໝາຍສຳຄັນຂະນະທີ່ 2 ປະເທດຫາກໍຈັດຕັ້ງ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມີຍຸດທະສາດຮອບດ້ານຫວຽດນາມ-ອິນເດຍເລິກເຊິ່ງຂືຶ້ນຕື່ມ, ຊຸກຍູ້ການຮ່ວມມືລະຫວ່າງອາຊຽນ-ອິນເດຍ, ພ້ອມທັງຫັນນະໂຍບາຍ “ກະທຳມຸ່ງໄປສູ່ທິດຕາເວັນອອກ” ຂອງອິນເດຍໃນໄລຍະທີ່ຈະມາເຖິງເປັນລະອຽດ. ໃນປີ 2017 ທີ່ຜ່ານມາ ໄດ້ເປັນຂີດໝາຍຫຼາຍເຫດການທີ່ສຳຄັນໃນສາຍພົວພັນລະຫວ່າງ 2 ປະເທດ: ຫວຽດນາມ ແລະ ອິນເດຍຈັດຕັ້ງ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ( 7/1/1972-7/1/2017) ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2007-2017). ນີ້ກໍແມ່ນປີທຳອິດທີ່ 2 ປະເທດ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ນັບແຕ່ການມາຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ເມື່ອເດືອນ ກັນຍາປີ 2016. ໂດຍສືບຕໍ່ທ່າພັດທະນາສາຍພົວພັນນັ້ນ, ການຢ້ຽມຢາມອິນເດຍຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກຄັ້ງນີ້ ແມ່ນເພື່ອແນ່ໃສ່ຜັນຂະຫຍາຍ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດເຂົ້າສູ່ສະພາບແທດຈິງ.
TAG
VOV/VOVworld/ການພົວພັນ ຮ່ວມມື
Related
More








