ການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ ເຂົ້າສູ່ລວງເລິກ
02/11/2012 09:23
ໝາກຜົນການຢ້ຽມຢາມຫວຽດນາມຄັ້ງທຳອິດ ຂອງທ່ານ Herman Van Rompuy ນັບແຕ່ເມື່ອສອງຝ່າຍສ້າງສາຍພົວພັນທາງການທູດເມື່ອປີ 1990 ໄດ້ສະແດງໃຫ້ເຫັນ 3 ເສົາຄ້ຳ

(vovworld) - ວັນທີ 2/11, ປະທານສະພາເອີລົບ Herman Van Rompuy ແລະ ພັນລະຍາໄດ້ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນເວລາ 3 ວັນ(ແຕ່ວັນທີ 31/10- 2/11) ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ Truong Tan Sang. ໝາກຜົນການຢ້ຽມຢາມຫວຽດນາມຄັ້ງທຳອິດ ຂອງທ່ານ Herman Van Rompuy ນັບແຕ່ເມື່ອສອງຝ່າຍສ້າງສາຍພົວພັນທາງການທູດເມື່ອປີ 1990 ໄດ້ສະແດງໃຫ້ເຫັນ 3 ເສົາຄ້ຳຄື: ເສດຖະກິດການຄ້າ, ການເມືອງ ແລະ ການຮ່ວມມືພັດທະນາສືບຕໍ່ແມ່ນຈຸດສຸມຂອງການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EU) ໃນໄລຍະຈະມາເຖິງ.
TAG
ສະພາເອີລົບ
Related








