VOV WorldVOV World
ການພົວພັນລະຫວ່າງອາເມລິກາ ແລະ ລັດເຊຍ ນັບມື້ນັບເຄັ່ງຕຶງຂຶ້ນຕື່ມ
12/04/2018 08:07
(VOVWORLD) -ການພົວພັນລະຫວ່າງ ວໍຊີງຕັນ ແລະ ມົດສະກູ ພວມຕົກເຂົ້າສູ່ສະພາບຊົ່ວຮ້າຍທີ່ສຸດ ນັບແຕ່ເມື່ອເກີດສົງຄາມເຢັນ. ບັນດາຄວາມບໍ່ລົງລອຍກັນ, ຄວາມຂັດແຍ້ງກັນ, ການຖົກຖຽງກັນ, ຄຳກ່າວຫາ, ການລົງໂທດ ແລະ ໂຕ້ຕອບເຊິ່ງກັນ ແລະກັນຍັງບໍ່ທັນມີສັນຍານສິ້ນສຸດລົງເທື່ອ. ໃນຊຸມມື້ນີ້, ບັນດາຄຳກ່າວຫາທີ່ກ່ຽວຂ້ອງເຖິງເຫດບຸກໂຈມຕີດ້ວຍອາວຸດເຄມີຢູ່ ຊີຣີ ສືບຕໍ່ຍູ້ ອາເມລິກາ ແລະ ລັດເຊຍ ໃຫ້ຕົກເຂົ້າສູ່ສະພາບສູ້ຢັນກັນ, ຊ້ຳບໍ່ຫນຳ ແຜນການບຸກໂຈມຕີທາງການທະຫານແມ່ນໄດ້ກຽມພ້ອມ. ຮອດຈຸດເວລານີ້, ຍາກທີ່ຈະຊອກໄດ້ບໍ່ວ່າສັນຍານໃດຂອງການຮ່ວມມືລະຫວ່າງສອງປະເທດມະຫາອຳນາດ ໃນອະນາຄົດ.
ການພົວພັນລະຫວ່າງອາເມລິກາ ແລະ ລັດເຊຍ ນັບມື້ນັບເຄັ່ງຕຶງຂຶ້ນຕື່ມ
 ປະທານາທິບໍດີ ອາເມລິກາ ແລະ ປະທານາທິບໍດີ ລັດເຊຍ ການຖົກຖຽງກັນ ແລະ ລົງໂທດ ເຊິ່ງກັນ ແລະກັນ ທີ່ກ່ຽວຂ້ອງເຖິງກໍລະນີນັກສືບຂ່າວ ລັດເຊຍ ຖືກວາງຢາເບື່ອ ຍັງບໍ່ທັນສິ້ນສຸດ, ການພົວພັນລະຫວ່າງ ລັດເຊຍ - ອາເມລິກາ ພັດສືບຕໍ່ຕົກເຂົ້າສູ່ສະພາບເຄັ່ງຕຶງໃຫມ່ທີ່ກ່ຽວຂ້ອງເຖິງເຫດບຸກໂຈມຕີດ້ວຍອາວຸດເຄມີຢູ່ ຊີຣີ.         ເລື່ອງກ່າວຫາການນຳໃຊ້ອາວຸດເຄມີຢູ່ ຊີຣີ ໄດ້ເຮັດໃຫ້ການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ ຕົກເຂົ້າສູ່ສະພາບວິກິດການຢ່າງຮ້າຍແຮງ. ໃນຂະນະທີ່ ອາເມລິກາ ກ່າວເຕືອນຈະມີການກະທຳດ້ານການທະຫານສຳລັບ ຊີຣີ, ສ່ວນຝ່າຍ ລັດເຊຍ ໄດ້ຢືນຢັນຂ່າວຄາວກ່ຽວກັບການບຸກໂຈມຕີບໍ່ແມ່ນແຜນການແທ້ຈິງ ແລະ ພ້ອມທັງຈະມີການກະທຳໂຕ້ຕອບຄ້າຍຄືກັນ. ບັນດາຄຳກ່າວເຕືອນແຂງກະດ້າງຈາກສອງຝ່າຍໄດ້ຍົກອອກມາຢ່າງລຽນຕິດໃນເວລາ 48 ຊົ່ວໂມງຜ່ານມາ ເຮັດໃຫ້ປະຊາຄົມສາກົນມີຄວາມວິຕົກກັງວົນທີ່ສຸດຕໍ່ສົງຄາມດ້ານການທະຫານອາດຈະເກີດຂຶ້ນໃນໄລຍະມໍ່ໆນີ້ແລ້ວ.        
TAG
VOV/VOVworld/ເພີ່ມຄວາມເຄັ່ງຕຶງຂຶ້ນ

More