VOV WorldVOV World
ການພົວພັນລະຫວ່າງຫວຽດນາມ-ອາເມລິກາສືບຕໍ່ທ່າພັດທະນາຢ່າງໝັ້ນຄົງ, ເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ
09/07/2018 10:34
(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ມີການຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 08 – 09 ກໍລະກົດ, ຕາມຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ. ຫວຽດນາມ ແມ່ນປະເທດທຳອິດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເຊິ່ງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ໄປຢ້ຽມຢາມ, ນັບແຕ່ເມື່ອທ່ານຮັບດຳລົງຕຳແໜ່ງໃນເດືອນເມສາ ປີ 2018 ນີ້. ການຢ້ຽມຢາມໄດ້ເປັນຂີດໝາຍພັດທະນາໃໝ່ໃນການພົວພັນ 2 ຝ່າຍ ກໍຄືທີ່ຕັ້ງບົດບາດຂອງຫວຽດນາມ ໃນນະໂຍບາຍການຕ່າງປະເທດຂອງອຳນາດການປົກຄອງຂອງປະທານາທິບໍດີອາເມລິກາ Donald Trump.
ການພົວພັນລະຫວ່າງຫວຽດນາມ-ອາເມລິກາສືບຕໍ່ທ່າພັດທະນາຢ່າງໝັ້ນຄົງ, ເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ
(ພາບປະກອບ:TTXVN) 
TAG
VOV/VOVworld/​ການ​ພົວ​ພັນ

More