ການຮ່ວມມື ອາຊຽນ ໃນຂົງເຂດກູ້ໄພກູ້ຊີບບົນທະເລຕາເວັນອອກ
22/07/2013 10:38
(vovworld)- ເພີ່ມທະວີການຮ່ວມມືໃນອາຊຽນ ກໍຄື ອາຊຽນກັບຈີນ ໃນວຽກງານຊອກຫາ ແລະ ກູ້ໄພສຳລັບ ມະນຸດ ແລະ ເຮືອກຳປັ່ນເຄື່ອນໄຫວຢູ່ທະເລທີ່ປະສົບເຄາະຮ້າຍບົນທະເລຕາເວັນອອກ

(vovworld)- ເພີ່ມທະວີການຮ່ວມມືໃນອາຊຽນ ກໍຄື ອາຊຽນກັບຈີນ ໃນວຽກງານຊອກຫາ ແລະ ກູ້ໄພສຳລັບ ມະນຸດ ແລະ ເຮືອກຳປັ່ນເຄື່ອນໄຫວຢູ່ທະເລທີ່ປະສົບເຄາະຮ້າຍບົນທະເລຕາເວັນອອກ ແມ່ນສ່ວນຫນຶ່ງໃນແຜນການຜັນຂະຫຍາຍຂໍ້ກຳນົດແນະນຳການປະຕິບັດຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຊື່ງໄດ້ຮັບການຮັບຮອງເອົາແຕ່ປີ 2011. ຕໍ່ຫນ້າສະພາບທະເລຕາເວັນອອກໃນປະຈຸບັນ ຍັງຄົງເກີດຄວາມສ່ຽງ, ຄວາມສັບສົນ, ອາຊຽນ ພວມຍູ້ໄວການສ້າງບັນດານະໂຍບາຍ ແລະ ມາດຕະການຮ່ວມມືໃນຂົງເຂດນີ້ ແລະ ຖືວ່າ ທັງແມ່ນມາດຕະການມີຄວາມໝາຍດ້ານມະນຸດສະທຳ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ທະເລຕາເວັນອອກ.
TAG
ຮ່ວມມື/ກູ້ໄພ
Related








