VOV WorldVOV World
ການຮ່ວມມື CLMV ແລະ ACMECS ມຸ່ງໄປສູ່ ພາກພື້ນແມ່ຂອງທີ່ຂະຫຍັນຂັນເຄື່ອນ ແລະ ວັດທະນາຖາວອນ
14/10/2016 13:24
ນັບ​ແຕ່​ວັນ​ທີ 25-26/10/2016, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ສັ້ນ​ສູງ​ CLMV ຄັ້ງ​ທີ 8, ກອງ​ປະ​ຊຸມ​ຂັ້ນ​ສູງ​ ACMECS ຄັ້ງ​ທີ 7 ແລະ ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ກ່ຽວ​ກັບ​ແມ່​ນ້ຳ​ຂອງ (WEF - ແມ່​ຂອງ)
ການຮ່ວມມື CLMV  ແລະ ACMECS ມຸ່ງໄປສູ່ ພາກພື້ນແມ່ຂອງທີ່ຂະຫຍັນຂັນເຄື່ອນ ແລະ ວັດທະນາຖາວອນ
ນັບ​ແຕ່​ວັນ​ທີ 25-26/10/2016, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ສັ້ນ​ສູງ​ກ່ຽວ​ກັບ​ກ​ານ​ຮ່ວມ​ມືກ​ຳ​ປູ​ເຈຍ-ລາວ-ມ້ຽນ​ມາ-ຫວຽດ​ນາມ(CLMV)ຄັ້ງ​ທີ 8, ກອງ​ປະ​ຊຸມ​ຂັ້ນ​ສູງ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ເຢ​ວາ​ດີ-ເຈົ້າ​ພະ​ຍາ-ແມ່​ຂອງ (ACMECS) ຄັ້ງ​ທີ 7 ແລະ ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ກ່ຽວ​ກັບ​ແມ່​ນ້ຳ​ຂອງ (WEF - ແມ່​ຂອງ). ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ ໄດ້​ມີ​ບົດ​ຂຽນ​ຢືນ​ຢັນ​ການ​ຮ່ວມ​ມື​ CLMV  ແລະ ACMECS ແມ່ນ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ສູ່​ພາກ​ພື້ນ​ແມ່​ຂອງ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ວັດ​ທະ​ນາ​ຖາ​ວອນ. .   ຫວຽດ​ນາມ​ເຂົ້າ​ນ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ ACMECS ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ​ດ້ານ​ການ​ທ່ອງ​ທ່ຽວ        ຕາມ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ, ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໄດ້​ຜ່ານ​ໄລ​ຍະ​ທາງ​ທີ່​ຍາວ​ໄກ​ແຫ່ງ​ການກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນດ້ວຍ​ຄຸນ​ຄ່າ​ເປັນ​ແກ່ນ​ສານ​ແມ່ນ​ຄວາມ​ສາມັກ​ຄີ, ຄ​ວາມ​ເຫັນດີ​ເຫັນ​ພ້ອມ ແລະ ເປັນ​ເອ​ກະ​ພາບ​ກັນ​ໃນ​ປະ​ຊາ​ຄົມ​ທີ່​ມີຫຼາຍ​ຮູບຫຼາຍ​ສີ. ໜຶ່ງ​ໃນ​ບັນ​ດາ​ສິ່ງ​ທີ່​ກີດ​ຂວາງ​ອັນ​ໃຫຍ່ຫຼວງ​ຂອງວິ​ວັດ​ທະ​ນາ​ການນີ້​ແມ່ນ​ຄວາມ​ຜິດ​ໂຕນກ່ຽວ​ກັບລະ​ດັບ​ການ​ພັດ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ພິ​ເສດ​ແມ່ນ​ລະ​ຫວ່າງ 4 ປະ​ເທດ ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ ຫວຽດ​ນາມ, ດ້ວຍ 6 ປະ​ເທດ​ສະ​ມາ​ຊິກ​ທີ່​ຍັງ​ເຫຼືອ​ຂອງ​ອາ​ຊຽ​ນ.
TAG
vovworld/ກອງ​ປະ​ຊຸມ

More