VOV WorldVOV World
ການຮ່ວມມືເພື່ອສັນຕິພາບ ແລະ ສະຖຽນລະພາບໃນທະເລຕາເວັນອອກ
20/11/2012 07:32
ກອງ​ປະຊຸມສຳ​ມະ​ນາ​ວິທະຍາສາດ​ສາກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 4 ດ້ວຍ​ຫົວ​ຂໍ້​ວ່າ ”ທະ​ເລ​ຕາ​ເວັນ​ອອກ: ການ​ຮ່ວມ​ມື​ເພື່ອ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ” ພວມ​ດຳ​ເນີນ​ຢູ່​ນະຄອນ​ໂຮ່ຈີ​ມິນ
ການຮ່ວມມືເພື່ອສັນຕິພາບ ແລະ ສະຖຽນລະພາບໃນທະເລຕາເວັນອອກ
(vovworld) - ກອງ​ປະຊຸມສຳ​ມະ​ນາ​ວິທະຍາສາດ​ສາກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 4 ດ້ວຍ​ຫົວ​ຂໍ້​ວ່າ ”ທະ​ເລ​ຕາ​ເວັນ​ອອກ: ການ​ຮ່ວມ​ມື​ເພື່ອ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ” ພວມ​ດຳ​ເນີນ​ຢູ່​ນະຄອນ​ໂຮ່ຈີ​ມິນ. ດ້ວຍ​ຈຸດໝາຍ​ແມ່ນ​ປຶກສາ​ຫາລື​ກ່ຽວ​ກັບ​ກົດໝາຍ​ສາກົນ ​ແລະ ​ການ​ພົວພັນ​ສາກົນ, ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ທະ​ເລ​ຕາ​ເວັນ​ອອກ, ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດ ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ, ກ່ຽວ​ກັບ​ການ​ພິພາດ​ທີ່​ເກີດ​ຂຶ້ນ​ບົນ​ທະ​ເລ​ໃນ​ໄລຍະ​ຫວ່າງ​ມໍ່ໆ​ມາ​ນີ້. ກອງ​ປະຊຸມສຳ​ມະ​ນາ​ ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ມະຫາຊົນ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ທາດ​ແທ້​ຂອງ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ, ສະ​ເໜີ​ບັນດາ​ຄຳ​ເຫັນ​ໃຫ້​ລັດຖະບານ​ປະ​ເທດ​ຕ່າງໆ​ທີ່​ກ່ຽວຂ້ອງ​ໂດຍ​ກົງ ​ແລະ ​ໂດຍ​ທາງ​ອ້ອມ​ເຖິງ​ການ​ພິພາດ ​​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື. ສຳ​ຫຼັບ​ຫວຽດນາມ​ແລ້ວ, ຜ່ານ​ກອງ​ປະຊຸມສຳ​ມະ​ນາ​ຄັ້ງນີ້, ຫວຽດນາມ​ສືບ​ຕໍ່​ຢັ້ງຢືນ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ ນັ້ນ​ແມ່ນ​ເດັດ​ດ່ຽວ​ແກ້​ໄຂ​ການ​ພິພາດ​​ບົນ​ທະ​ເລ ດ້ວຍ​ສັນຕິ​ວິທີ, ອີງ​ຕາມ​ກົດໝາຍ​ສາກົນ ​ແລະ ຄວາມ​ຈິງ​ຂອງ​ປະຫວັດສາດ.
TAG
ກອງ​ປະຊຸມສຳ​ມະ​ນາ​

More