VOV WorldVOV World
ການຢ້ຽມຢາມທາງລັດຖະກິດຢູ່ ສປປ. ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນຄວາມເຄົາລົບນັບຖືເປັນພິເສດ ຂອງ ຫວຽດນາມ ທີ່ມີຕໍ່ ລາວ
01/12/2025 03:51
(VOVWORLD) - ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ.ລາວ ແລະ ພັນລະຍາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 50 ປີ; ພ້ອມທັງເປັນປະທານຮ່ວມການພົບປະຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ແຕ່ວັນທີ 01 – 02 ທັນວາ 2025. ເນື່ອງໃນໂອກາດນີ້, ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ມີຄວາມເປັນກຽດສໍາພາດທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມແຫ່ງ ສປປ.ລາວ ປະຈໍາ ຫວຽດນາມ ກ່ຽວກັບຄວາມໝາຍ ກໍຄືບັນດາການເຄື່ອນໄຫວທີ່ຈະດໍາເນີນໃນຂອບເຂດການຢ້ຽມຢາມຄັ້ງນີ້.
ການຢ້ຽມຢາມທາງລັດຖະກິດຢູ່ ສປປ. ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນຄວາມເຄົາລົບນັບຖືເປັນພິເສດ ຂອງ ຫວຽດນາມ ທີ່ມີຕໍ່ ລາວ
ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມແຫ່ງ ສປປ.ລາວ ປະຈໍາ ຫວຽດນາມ (ພາບ: VOV)
TAG
VOV/VOVworld/ທ່ານເລຂາທິການໃຫຍ່ ໂຕເລິມ/ຄວາມເຄົາລົບນັບຖືເປັນພິເສດ

More