ກຳປູເຈຍ ເລີ່ມຕົ້ນໄລຍະທາງໃໝ່
22/08/2023 07:12
(VOVWORLD) - ວັນທີ 22 ສິງຫາ, ກອງປະຊຸມປະຖົມມະລຶກສະພາແຫ່ງຊາດ ກຳປູເຈຍ ຊຸດທີ VII ໄດ້ລົງຄະແນນສຽງຮັບຮອງເອົາກົງຈັກລັດຖະບານ ກຳປູເຈຍ ຊຸດໃໝ່. ລັດຖະບານໃໝ່ ໂດຍທ່ານນາຍົກລັດຖະມົນຕີຄົນໃໝ່ Hun Manet ນຳໜ້າ ຈະສືບຕໍ່ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍ ແລະ ເສີມຂະຫຍາຍຜົນງານຂອງຊຸດກ່ອນ, ເພື່ອແນໃສ່ຊຸກຍູ້ການເຕີບໂຕເສດຖະກິດ, ຍົກສູງຄ່າຄອງຊີບໃຫ້ແກ່ປະຊາຊົນ, ເພີ່ມທະວີ ແລະ ປັບປຸງລະບົບຮັບປະກັນຊີວິດສັງຄົມ.

ສະພາແຫ່ງຊາດ ກຳປູເຈຍ ຕົກລົງເຫັນດີໃຫ້ສັດຕະຍາບັນ ທ່ານປອ. Hun Manet ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ຊຸດທີ VII (ພາບ: VOV)
TAG
VOV/VOVworld/ນາຍົກລັດຖະມົນຕີ/Hun Manet/ກຳປູເຈຍ/ໄລຍະທາງໃໝ່
Related








