VOV WorldVOV World
ກຳລັງໜູນໃໝ່ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ
24/04/2018 07:57
(VOVWORLD) - ຫວຽດນາມ ແລະ ສິງກະໂປ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2013. ຄຽງຂ້າງການພົວພັນດ້ານການເມືອງອັນດີງາມນັ້ນ, ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ສິງກະໂປ ກໍ່ນັບມື້ນັບພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ.
ກຳລັງໜູນໃໝ່ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ
ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີແຫ່ງ ສ.ສິງກະໂປ ຫຼີຊຽນຫຼົງ, ວັນທີ 25 ເມສາ, ທ່ານນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ຫງວຽນຊວນຟຸກ ຈະເລີ່ມຕົ້ນການຢ້ຽມຢາມ ສິງກະໂປຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມ ສິງກະໂປ ຄັ້ງທຳອິດຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຖານະຕຳແໜ່ງເປັນຜູ້ນຳໜ້າລັດຖະບານ ຫວຽດນາມ. ການຢ້ຽມຢາມຖືກດຳເນີນໃນສະພາບທີ່ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (01/08/1973 – 01/08/2018) ແລະ 5 ປີແຫ່ງວັນສ້າງການພົວພັນຄູ່ຮ່ວມມືຍຸດທະສາດ (09/2013 – 09/2018), ເພື່ອແນໃສ່ເພີ່ມທະວີການພົວພັນ 2 ຝ່າຍໃຫ້ເຂັ້ມແຂງກ່ວາອີກ, ສ້າງບຸກທະລຸໃໝ່ໃນການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ
TAG
VOV/VOVworld/ສິງ​ກະ​ໂປ/ເສດ​ຖະ​ກິດ/ນາ​ຍົກ​ລັດ​ຖະ​ມົນ​ຕີ

More