VOV WorldVOV World
ຄ​ວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ຖານ​ແຮງ​ງານ​ສາ​ກົນ
20/08/2020 09:44
(VOVWORLD) -ການເຊື່ອມໂຍງເຂົ້າກັບສາກົນ, ໃນນັ້ນ ມີການເຂົ້າຮ່ວມບັນດາຄຳໝັ້ນສັນຍາສາກົນກ່ຽວກັບແຮງງານ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ນັບແຕ່ກອ່ນມາຮອດປະຈຸບັນຂອງຫວຽດນາມ. ໃນສະພາບການປະຕິບັດບັນດາສັນຍາການຄ້າເສລີລຸ້ນໃຫມ່ ແລະ ເພີ່ມທະວີການເຊື່ອມໂຍງ, ຫວຽດນາມ ຍິ່ງມານະພະຍາຍາມປະຕິບັດບັນດາມາດຕະຖານແຮງງານສາກົນ ຕາມບັນດາຄຳໝັ້ນສັນຍາທີ່ໄດ້ເຂົ້າຮ່ວມ.
ຄ​ວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ຖານ​ແຮງ​ງານ​ສາ​ກົນ
ປອ Change-Hee Lee, ຜູ້ອຳນວຍການ ILO ປະຈຳ ຫວຽດນາມ ຕອບສຳພາດຕໍ່ນັກຂ່າວ     ຫວຽດນາມກ່ຽວກັບເລື່ອງ ຫວຽດນາມ ເຂົ້າຮ່ວມສົນທິສັນຍາ 105 ຂອງ ILO ພາບ: quochoi.vn    ເລື່ອງໃຫ້ສັດຕະຍາບັນ ແລະ ປະຕິບັດບັນດາມາດຕະຖານແຮງງານສາກົນ ນັບມື້ນັບກາຍເປັນສິ່ງສຳຄັນໃນການຍົກສູງກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດ. ສະນັ້ນ ຫວຽດນາມ ໄດ້ຕັ້ງຫນ້າໃຫ້ສັດຕະຍາບັນສົນທິສັນຍາຂອງອົງການແຮງງານສາກົນ ເພີ່ມອີກຫລາຍສະບັບ, ປະກອບສ່ວນສ້າງພື້ນຖານໃຫ້ແກ່ການເຄື່ອນໄຫວຂອງຕະຫລາດແຮງງານຫວຽດນາມ ໃຫ້ສອດຄ່ອງກັບກົດເກນພາວະວິໄສຂອງເສດຖະກິດການຕະຫລາດ, ກ້າວໄປເຖິງການສ້າງການພົວພັນແຮງງານແບບທັນສະໄຫມ.
TAG
VOV/VOVworld/ສົນທິສັນຍາສາກົນ

More