ຂະບວນການແຂ່ງຂັນຮັກຊາດໃນໄລຍະປະຈຸບັນ
11/06/2014 11:36
ວັນທີ 11/6/1948, ທ່ານປະທານ ໂຮ່ຈິມິນ ໄດ້ມີຄຳຮຽກຮ້ອງອອກແຮງແຂ່ງຂັນຮັກຊາດ, ເປີດສາກໃຫ້ແກ່ຂະບວນການແຂ່ງຂັນຮັກຊາດໃນທົ່ວປະເທດ
ວັນທີ 11/6/1948, ທ່ານປະທານ ໂຮ່ຈິມິນ ໄດ້ມີຄຳຮຽກຮ້ອງອອກແຮງແຂ່ງຂັນຮັກຊາດ, ເປີດສາກໃຫ້ແກ່ຂະບວນການແຂ່ງຂັນຮັກຊາດໃນທົ່ວປະເທດ. ນັບແຕ່ນັ້ນເປັນຕົ້ນມາ, ບັນດາ ຂະບວນການແຂ່ງຂັນຮັກຊາດໄດ້ສະແດງ ໃຫ້ເຫັນແຈ້ງກ່ຽວກັບຄຸນທາດຄຸນສົມບັດຂອງຊາວຫວຽດນາມ, ອັນໄດ້ນຳມາເຊິ່ງປະສິດທິຜົນທີ່ແທດຈິງໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ. (ພາບປະກອບ) ຕາມແນວຄິດຂອງປະທານໂຮ່ຈິມິນແລ້ວ, ການແຂ່ງຂັນ, ຍ້ອງຍໍ, ມອບລາງວັນແມ່ນກຳລັງຊຸກຍູ້ການພັດທະນາປະເທດຊາດ, ແມ່ນມາດຕະການທີ່ສຳຄັນເພື່ອກໍ່ສ້າງມະນຸດໃໝ່ ແລະ ຕ້ອງໄດ້ດຳເນີນເປັນປະຈຳ, ຕໍ່ເນື່ອງໃນແຕ່ລະວັນ. ໂດຍເຊື່ອມຊຶມແນວຄິດນີ້, 66 ປີ ທີ່ຜ່ານມາ, ຢູ່ຫວຽດນາມມີຫຼາຍຂະບວນການແຂ່ງຂັນຢ່າງຟົດຟື້ນ, ທົ່ວເຖິງ, ປະກອບສ່ວນສ້າງກຳລັງຊຸກຍູ້ອັນໃຫຍ່ຫຼວງ, ສ້າງເປັນບັນດາໄຊຊະນະຂອງການປະຕິວັດຫວຽດນາມ.
TAG
vov/vovworld/ແຂ່ງຂັນຮັກຊາດ
Related








