ຂະຫຍາຍວຽກງານສາທາລະນະສຸກເຂດທະເລໝູ່ເກາະປະກອບສ່ວນພັດທະນາເສດຖະກິດທະເລ
05/03/2014 12:21
ວັນທີ 3/3, ທີ່ນະຄອນ ໂຮ່ຈີ໋ມິນ, ກະຊວງສາທາລະນະສຸກ ຫວຽດນາມ ຈັດຕັ້ງກອງປະຊຸມສະຫຼຸບໜຶ່ງປີແຫ່ງການປະຕິບັດແຜນຮ່າງຂະຫຍາຍວຽກງານ ສາທາລະນະສຸກເຂດທະເລໝູ່ເກາະ ຫວຽດນາມ ຈົນຮອດປີ 2020.

(vovworld) – ວັນທີ 3/3, ທີ່ນະຄອນ ໂຮ່ຈີ໋ມິນ, ກະຊວງສາທາລະນະສຸກ ຫວຽດນາມ ຈັດຕັ້ງກອງປະຊຸມສະຫຼຸບໜຶ່ງປີແຫ່ງການປະຕິບັດແຜນຮ່າງຂະຫຍາຍວຽກງານ ສາທາລະນະສຸກເຂດທະເລໝູ່ເກາະ ຫວຽດນາມ ຈົນຮອດປີ 2020. ແຜນຮ່າງດັ່ງກ່າວໄດ້ຮັບການອະນຸມັດຜ່ານຈາກທ່ານນາຍົກລັດທະມົນຕີແຕ່ວັນທີ 7/2/2013. ກອງປະຊຸມຢືນຢັນການປະຕິບັດແຜນຮ່າງດັ່ງກ່າວແມ່ນການປະກອບສ່ວນຢ່າງສຳຄັນເຂົ້າໃນຍຸດທະສາດພັດທະນາພື້ນຖານເສດຖະກິດເຂດທະເລ ແລະ ຮັບປະກັນຄວາມສະຫງົບເຂດຊາຍແດນທາງທະເລຂອງ ຫວຽດນາມ. ຫວຽດນາມແມ່ນປະເທດຕັ້ງຢູ່ແຄມທະເລ, ດ້ວຍຄວາມຍາວທາງທະເລກວ່າ 3260km ພ້ອມກັບລະບົບໝູ່ເກາະ ແລະ ເກາະຢູ່ແຄມຝັ່ງ. ເພື່ອເສີມຂະຫຍາຍທ່າແຮງຈາກທະເລຢ່າງສູງສຸດ, ກອງປະຊຸມຄັ້ງທີ 4, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 10 ຮັບຮອງເອົາມະຕິກ່ຽວກັບຍຸດທະສາດທາງທະເລ ຫວຽດນາມ ຈົນຮອດປີ 2020, ສູ້ຊົນນຳ ຫວຽດນາມ ກາຍເປັນປະເທດເຂັ້ມແຂງທາງດ້ານທະເລ, ວາງຈຸດໝາຍຈົນຮອດປີ 2020 ເສດຖະກິດທະເລຈະປະກອບສ່ວນປະມານ 53% - 55% GDP. ເພື່ອປະຕິບັດຈຸດໝາຍຂະຫຍາຍລະບົບສາທາລະນະສຸກທະເລ, ເບີ່ງແຍງດູແລສຸຂະພາບຂອງປະຊາຊົນເຂດທະເລ, ລັດຖະບານ ຫວຽດນາມ ລົງທຶນໃຫ້ແກ່ກຳລັງອອກແຮງງານທາງທະເລແມ່ນບູລິມະສິດຢ່າງໜຶ່ງໃນຍຸດທະສາດທາງທະເລ ຫວຽດນາມ ຈົນຮອດປີ 2020.
TAG
vov/vovworld/ເສນາລັກ/ເຂດທະເລໝູ່ເກາະ
Related








