ຄຳສັ່ງກະທຳ
21/01/2026 09:24
(VOVWORLD) - ບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມສະເໜີ ຢູ່ພິທີໄຂກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ (20 ມັງກອນ) ແມ່ນສານການເມືອງທີ່ມີລັກສະນະກຳນົດທິດສູງ. ບົດກ່າວປາໄສໄດ້ຮັບຮູ້ “ຖານະທີ່ຕັ້ງ ແລະ ກຳລັງແຮງ” ຂອງປະເທດຊາດຢ່າງຖືກຕ້ອງ, ຢັ້ງຢືນເຈດຈຳນົງດ້ານການເມືອງ ແລະ ຈິດໃຈຄວາມຮັບຜິດຊອບ, ຈາກນັ້ນສະແດງໃຫ້ເຫັນຄວາມຕັດສິນໃຈ ນຳຫວຽດນາມ ກ້າວເຂົ້າສູ່ສັງກາດພັດທະນາໃໝ່, ແມ່ນ ເອກະສານສະເໜີຄຳແນະນຳຍຸດທະສາດໃຫ້ແກ່ໄລຍະພັດທະນາຕໍ່ໄປ.

ຄະນະປະທານບໍລິຫານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ (ພາບ: TTXVN) ບົນພື້ນຖານຕີລາຄາ “ຖານະທີ່ຕັ້ງ ແລະ ກຳລັງແຮງ” ຢ່າງຖືກຕ້ອງ, ບົດກ່າວຄຳເຫັນພົ້ນເດັ່ນຂຶ້ນຍ້ອນ ມັນໄດ້ຢັ້ງຢືນເຈດຈຳນົງດ້ານການເມືອງຢ່າງແຮງຂອງພັກ ໃນການນຳພາປະເທດຊາດຜ່ານຜ່າສິ່ງທ້າທາຍ.
TAG
VOV/VOVworld/ກອງປະຊຸມໃຫຍ່ຄັ້ງທີ XIV/ພັກກອມມູນິດ/ຫວຽດນາມ
Related








