VOV WorldVOV World
ຄຳໝັ້ນສັນຍາຂອງຫວຽດນາມ ໃນການສະກັດກັ້ນໄພການຄ້າມະນຸດ
01/08/2024 07:41
(VOVWORLD) - ຕາມການຈັດອັນດັບຂອງ ສະຫະປະຊາຊາດ, ການຄ້າມະນຸດ ແມ່ນຫນຶ່ງໃນບັນດາປະເພດອາດຊະຍາກຳອັນຕະລາຍທີ່ສຸດໃນໂລກ, ແລະ ໄດ້ນຳເຂົ້າໂຄງການປ້ອງກັນ, ຕ້ານອາດຊະຍາກຳທົ່ວໂລກ. ຢູ່ ຫວຽດນາມ ໄລຍະຜ່ານມາ, ລັດຖະບານ ມີຫລາຍມາດຕະການ, ມານະພະຍາຍາມຕໍ່ສູ້ສະກັດກັ້ນໄພການຄ້າມະນຸດ, ໃນນັ້ນ ມີການຄ້າເດັກນ້ອຍ.
ຄຳໝັ້ນສັນຍາຂອງຫວຽດນາມ ໃນການສະກັດກັ້ນໄພການຄ້າມະນຸດ
ບົດລາຍງານທົ່ວໂລກກ່ຽວກັບການຄ້າມະນຸດໃນໄລຍະມໍ່ໆມານີ້ຂອງອົງການປ້ອງກັນຕ້ານຢາເສບຕິດ ແລະ ອາດຊະຍາກຳຂອງ ສປຊ ສະແດງໃຫ້ເຫັນວ່າ: ຢູ່ໃນໂລກ, ໃນຈຳນວນ 3 ຄົນທີ່ປະສົບເຄາະຮ້າຍຈາກການຄ້າມະນຸດ ຈະມີຜູ້ຫນຶ່ງແມ່ນເດັກນ້ອຍ. ຢູ່ ຫວຽດນາມ ຕາມຕົວເລກຂອງກະຊວງຕຳຫລວດແລ້ວ, 6 ເດືອນຕົ້ນປີ 2024, ກຳລັງຮັບຜິດຊອບໄດ້ຄົ້ນພົບ, ຕໍ່ສູ້ ທຳລາຍລົບລ້າງ  50 ຄະດີການຄ້າມະນຸດ ດ້ວຍຜູ້ປະສົບເຄາະຮ້າຍແມ່ນ 126 ຄົນ. ເດັກນ້ອຍແມ່ນ 48 ຄະດີ, ຜູ້ປະສົບເຄາະຮ້າຍແມ່ນ 121 ຄົນ.         
TAG
VOV/VOVworld/ການ​ຄ້າ​ມະ​ນຸດ/ຄຳ​ໝັ້ນ​ສັນ​ຍາ​/ຜູ້​ປະ​ສົບ​ເຄາະ​ຮ້າຍ

More