ຄຳຮຽກຮ້ອງທົ່ວປະເທດທຳການຕໍ່ຕ້ານ - ຄຳຮຽກຮ້ອງກູ້ຊາດ
19/12/2016 08:56
ເສີມຂະຫຍາຍນ້ຳໃຈທົ່ວປະເທດທຳການຕໍ່ຕ້ານ, ຍູ້ແຮງພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມຢ່າງໝັ້ນຄົງ

(vovworld) – ວັນທີ 19/12 ກ່ອນນີ້ 70 ປີ, ປະທານ ໂຮ່ຈີມິນ ໄດ້ອອກຄຳຮຽກຮ້ອງທົ່ວປະເທດທຳການຕໍ່ຕ້ານ. ເນື່ອງໃນໂອກາດສະເຫຼີມສະຫຼອງເຫດການສຳຄັນຍິ່ງນີ້ຄົບຮອບ 70 ປີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ມີບົດຂຽນ: “ເສີມຂະຫຍາຍນ້ຳໃຈທົ່ວປະເທດທຳການຕໍ່ຕ້ານ, ຍູ້ແຮງພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມຢ່າງໝັ້ນຄົງ”. ບົດຂຽນຢັ້ງຢືນວ່າ ມາຮອດປະຈຸບັນບົດຮຽນກ່ຽວກັບການເສີມຂະຫຍາຍກຳລັງແຮງທົ່ວປະເທດທຳການຕໍ່ຕ້ານ, ທົ່ວປວງຊົນທຳການຕໍ່ຕ້ານຢ່າງຮອບດ້ານ ຍັງຮັກສາຄຸນຄ່າເດີມໄວ້ຄືເກົ່າ. ວິທະຍຸກະຈາຍສຽງ ຫວຽດນາມ ຂໍຄັດສະເໜີເນື້ອໃນຕົ້ນຕໍບົດຂຽນຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ.
TAG
vovworld/ຕໍ່ຕ້ານ
Related








