VOV WorldVOV World
ຂີດໝາຍໃໝ່ໃນການພົວພັນ ຫວຽດນາມ - ອົດສະຕາລີ
14/03/2018 09:15
(VOVWORLD) - ການພົວພັນ 2 ຝ່າຍໄດ້ພັດທະນາໄວ, ແທດຈິງ ແລະ ມີປະສິດທິຜົນພໍສົມຄວນ, ພິເສດ ແມ່ນນັບແຕ່ເມື່ອຫວຽດນາມ ແລະ ອົດສະຕາລີ ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2009 ແລະ ເຊັນຖະແຫຼງການກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານເພີ່ມທະວີ (3/2015).
ຂີດໝາຍໃໝ່ໃນການພົວພັນ ຫວຽດນາມ - ອົດສະຕາລີ
ວັນທີ 14 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເລີ່ມຕົ້ນການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull. ການຢ້ຽມຢາມ ອົດສະຕາລີ ຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນຂີດໝາຍສຳຄັນ, ຍ້ອນວ່າ ໃນການຢ້ຽມຢາມຄັ້ງນີ້ 2 ປະເທດຈະຍົກລະດັບການພົວພັນຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.   ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull (ພາບ: VGP)         ການພົວພັນ 2 ຝ່າຍໄດ້ພັດທະນາໄວ, ແທດຈິງ ແລະ ມີປະສິດທິຜົນພໍສົມຄວນ, ພິເສດ ແມ່ນນັບແຕ່ເມື່ອຫວຽດນາມ ແລະ ອົດສະຕາລີ ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2009 ແລະ ເຊັນຖະແຫຼງການກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານເພີ່ມທະວີ (3/2015). 2 ປະເທດກໍ່ໄດ້ລົງນາມໃນໂຄງການດຳເນີນງານໄລຍະປີ 2016 – 2019. ອົດສະຕາລີ ຕີລາຄາວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຫຼັກແຫຼ່ງໃນ ອາຊຽນ ແລະ ຕີລາຄາສູງບົດບາດຂອງ ຫວຽດນາມ ໃນ ອາຊຽນ, ສະເໜີ 2 ຝ່າຍນຳການພົວພັນ 2 ປະເທດໃຫ້ຍົກລະດັບຂຶ້ນສູ່ຄູ່ຮ່ວມມືຍຸດທະສາດ.
TAG
VOV/VOVworld/ຂີດໝາຍໃໝ່/ພົວພັນ/ອົດສະຕາລີ

More