ຂີດໝາຍນຳການພົວພັນລະຫວ່າງຫວຽດນາມກັບຝລັ່ງແລະກູບາຂຶ້ນສູ່ລະດັບສູງໃໝ່
02/04/2018 09:15
(VOVWORLD) -ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ຫາກໍ່ສິ້ນສຸດການຢ້ຽມຢາມ 2 ປະເທດສ.ຝລັ່ງ ແລະ ສ.ກູບາ ຢ່າງຈົບງາມ. ນີ້ແມ່ນການເຄື່ອນໄຫວພົວພັນຕ່າງປະເທດ 2 ຄັ້ງທີ່ມີຄວາມໝາຍສຳຄັນຍິ່ງຂອງຫວຽດນາມ ໃນປີ 2018

ພ້ອມທັງແມ່ນການຢ້ຽມຢາມເປັນຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢູ່ພາກພື້ນເອີລົບ ແລະ ອາເມລິກາລາຕິງ ໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ. ບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມໄດ້ເປັນຂີດໝາຍປະຫວັດສາດ, ສ້າງກຳລັງໜູນໃໝ່ ແລະ ແມ່ນບາດກ້າວບຸທະລຸສຳຄັນ, ນຳການພົວພັນລະຫວ່າງຫວຽດນາມ ກັບສ.ຝລັ່ງ ແລະ ສ.ກູບາ ກ້າວເຂົ້າສູ່ໄລຍະໃໝ່. ການຢ້ຽມຢາມ 2 ປະເທດຝລັ່ງ ແລະ ກູບາ ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ບໍ່ພຽງແຕ່ໄດ້ຢັ້ງຢືນເຖິງການກຳນົດສ້າງຕັ້ງຂອບເຂດ, ການກຳນົດທິດ ແລະ ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນລະຫວ່າງຫວຽດນາມ ກັບ 2 ປະເທດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຢ່າງມີຊີວິດຊີວາຂອງຫວຽດນາມ, ຄວາມຕັດສິນໃຈນຳການພົວພັນລະຫວ່າງຫວຽດນາມ ກັບ 2 ປະເທດໃຫ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່ອີກດ້ວຍ.
TAG
VOV/VOVworld/ການພົວພັນ
Related
More








