ຄວາມຮັບຜິດຊອບສັງຄົມຂອງນັກຂ່າວ ແລະ ການຫັນສື່ມວນຊົນເປັນດີຈີຕອນ
21/06/2022 06:41
(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ (21/6/1925-21/6/2022), ທ່ານໂດ້ຕຽນຊີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ ໄດ້ຫວນຄືນບັນດາການປະກອບສ່ວນທີ່ໃຫ່ຍຫຼວງຂອງສື່ມວນຊົນ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ພ້ອມກັນນັ້ນ, ທ່ານໄດ້ຕີລາຄາ, ໃຫ້ຂໍ້ສັງເກດຢ່າງເລິກເຊິ່ງ ກ່ຽວກັບທ່າອຽງພັດທະນາຂອງສື່ມວນຊົນ ກໍ່ຄືຄວາມຮຽກຮ້ອງຕ້ອງການ, ຄວາມຮັບຜິດຊອບທາງສັງຄົມຂອງນັກຂ່າວໃນໄລຍະປະຈຸບັນນີ້.

ທ່ານໂດ້ຕຽນຊີ, ກຳມະການສູນການພັກ, ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ (ພາບ: VOV) ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ ໂດ້ຕຽນຊີ ໄດ້ຢືນຢັນວ່າ, ໃນຕະຫຼອດໄລຍະເວລາກວ່າ 97 ປີຜ່ານມາ, ສື່ມວນຊົນປະຕິວັດຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດກຳນົດທິດຫາງສຽງເປັນຢ່າງດີ, ສ່ອງແສງການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນ, ຈັກກະພັດ ແລະ ປົກປັກຮັກສາປະເທດສັງຄົມນິຍົມຢ່າງມີຊີວິດຊີວາ. ໃນໄລຍະປະຈຸບັນ, ສື່ມວນຊົນປະຕິວັດຫວຽດນາມ ຍິ່ງຕ້ອງສະແດງໃຫ້ເຫັນ , ຄວາມຮັບຜິດຊອບທາງສັງຄົມໃຫ້ດີກ່ວາອີກ ແລະ ຕ້ອງຖືຜົນປະໂຫຍດຂອງຊາດ ແລະ ປະເທດຊາດເຫນືອກ່ວາສິ່ງໃດໝົດ.
TAG
VOV/VOVworld/ທ່ານໂດ້ຕຽນຊີ/ກຳມະການສູນການພັກ/ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ/ຫັນເປັນດີຈີຕອນ
Related
More








